ຫວຽດນາມສ້າງສັງຄົມເປັນເຈົ້າການແລະປອດໄພຕໍ່ໄພທຳມະຊາດ

ຫວຽດນາມສ້າງສັງຄົມເປັນເຈົ້າການແລະປອດໄພຕໍ່ໄພທຳມະຊາດ - ảnh 1
(ທ່ານ ຮ່ວາງ​ວັນ​ທັ໋ງ ລັດຖະມົນຕີ​ຊ່ວຍ​ວ່າການ​
ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ)


(vovworld) –  ​​ ​ຕອນ​ເຊົ້າ​ວັນ​ທີ 13/10 ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ​ສົມທົບ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ ຫວຽດນາມ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ຕອບ​ສະໜອງ​ວັນ​ປ້ອງ​ກັນ​ຕ້ານ ​ແລະ ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ​ສາກົນ (13/10). ດັດຊະນີ​ຄວາມ​ສ່ຽງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ​ປີ 2015 ຂອງ​ສະຫະ​ປະຊາ​ຊາດ​ໃຫ້​ເຫັນ​ວ່າ: ຫວຽດນາມ ​ແມ່ນ​ໜຶ່ງ​ໃນ 10 ປະ​ເທດ​ໄດ້ຮັບ​ຜົນ​ສະ​ທ້ອນ​ຫລາຍ​ສຸດ​ຈາກ​ຜົນ​ກະທົບ​ຂອງ​ໄພ​ທຳ​ມະ​ຊາດ. ກ່າວ​ຄຳ​ເຫັນ​ທິ່ພິທີ, ທ່ານ ຮ່ວາງ​ວັນ​ທັ໋ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ ​ໃຫ້​ຮູ້​ວ່າ:

“ ດ້ວຍ​ຫົວ​ຂໍ້ ຄວາມ​ຮູ້​ເພື່ອ​ຊີວິດ, ວັນ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ​ປີ​ນີ້ ​ເອົາ​ໃຈ​ໃສ່​ເຖິງ​ການ​ນຳ​​ໃຊ້ ພູນ​ປັນຍາ ​ແລະ ບົດຮຽນ​ຂອງ​ທ້ອງ​ຖິ່ນ ​ເພື່ອ​ເພີ່ມ​ເຕີມ​ໃຫ້​ຄວາມ​ຮູ້​ວິທະຍາສາດ​ໃນ​ການ​ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ ”.

        ທ່ານ​ນາງ Pratibha Mehta, ຜູ​້ປະສານ​ງານ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ ຫວຽດນ​ດາມ, ຕີ​ລາຄາ​ສູງ​ບັນດາ​ຜົນງານ​ມານະ​ພະຍາຍາມ​ຂອງ ຫວຽດນາມ ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ​ແລະ ຍົກ​ສູງ​ການ​ຮັບ​ຮູ້​ຂອງ​ປະຊາ​ຄົມ​ກ່ຽວກັບ​ການ​ຫລຸດ​ຜ່ອນ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ. ພ້ອມ​ທັງ ຍົກ​ອອກ​ມາ​ຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ປ່ຽນ​ໃໝ່​ນະ​ໂຍບາຍ ​ແລະ ກົນ​ໄກ​ທີ່ເໝາະ​ສົມກັບການ​ຜັນ​ແປ​ດິນ​ຟ້າ​ອາກາດ​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ