ຫວຽດນາມ,ອີນເດຍເພີ່ມທະວີການຮ່ວມມືເພື່ອສັນຕິພາບແລະຄວາມວັດທະນາຖາວອນ
ຫວຽດນາມ,ອີນເດຍເພີ່ມທະວີການຮ່ວມມື
ເພື່ອສັນຕິພາບແລະຄວາມວັດທະນາຖາວອນ
(ພາບ: Vietnam+)
(vovworld) – ໃນຂອບເຂດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອີນເດຍຄັ້ງທີ 7, ຕອນເຊົ້າວັນທີ 31/10, ຢູ່ນະຄອນ Tumkur, ລັດ Karnataka ຂອງອີນເດຍ ໄດ້ດຳເນີນງານພົບປະແລກປ່ຽນສິລະປະລະຫວ່າງຄະນະຜູ້ແທນປະຊາຊົນຫວຽດນາມ ແລະ ການນຳສະພາ, ອົງການນິຕິບັນຍັດນະຄອນ ພ້ອມກັບຜູ້ຕາງໜ້າບັນດາອົງການການເມືອງ, ສັງຄົມຢູ່ທີ່ນີ້. ງານມະໂຫລານນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 43 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອີນເດຍ. ທີ່ງານມະໂຫລານ, ບັນດາຜູ້ແທນໄດ້ຢືນຢັນນ້ຳໃຈມັກຄີ, ມິດຕະພາບ, ອັນສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງປະຊາຊົນ 2 ປະເທດ. ຫວຽດນາມ ແລະ ອີນເດຍ ມີສາຍພົວພັນທີ່ເປັນມູນເຊື້ອ ແລະ ປອງດອງກັນແຕ່ດົນນານ, ປະຊາຊົນ 2 ປະເທດມີມູນເຊື້ອຮັກຊາດ ແລະ ຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ.
ແລະຕອນຄໍ່າວັນດຽວກັນ, ຄະນະຜູ້ແທນປະຊາຊົນຫວຽດນາມ ໄດ້ມີການພົບປະ, ແລກປ່ຽນກັບບັນດາອົງການຈັດຕັ້ງການເມືອງ - ສັງຄົມຂອງອີນເດຍ. ບັນດາຜູ້ແທນເຂົ້າຮ່ວມການພົບປະ ໄດ້ແບ່ງປັນບັນດາຂໍ້ມູນກ່ຽວກັບຫວຽດນາມ ໃນປະຈຸບັນ, ໃນນັ້ນມີບັນດາຂົງເຂດຄື ການສຶກສາ, ວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ລາຍຮັບສະເລ່ຍຕໍ່ຫົວຄົນ, ໝາກຜົນການຮ່ວມມືລະຫວ່າງ 2 ປະເທດ. ຜູ້ແທນທັງໝົດລ້ວນແຕ່ຢືນຢັນວ່າ, ຈະສືບຕໍ່ສະໜັບສະໜູນຫວຽດນາມ ໃນອະນາຄົດ.