ຫວຽດນາມ-ອີຣານ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນ
ການຕ້ອນຮັບຄະນະຜູ້ແທນ ອີຣານ ໃນວັນທີ 20/4
|
(vovworld) - ວັນທີ 20/4, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານປະທານຫ້ອງການການຄ້າ, ອຸດສາຫະກຳ, ບໍ່ແຮ່ ແລະ ກະສິກຳ ອີຣານ Gholam Hossein Shafei ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ: ວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດບັນລຸກ່ວາ 116 ລ້ານ USD ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດ, ຫວຽດນາມ ມີທ່າແຮງ ແລະ ສາມາດສົ່ງອອກບັນດາຜະລິດຕະພັນສິນຄ້າ ໄປຍັງອີຣານ ດ້ວຍລາຄາແກ່ງແຍ້ງ ແລະ ມີຄຸນນະພາບຄື: ເຂົ້າສານ, ຊາ, ກາເຟ, ໝາກມ່ວງຫິມະພານ, ໝາກພິກໄທ, ຢາງພາລາ. ໃນຂະນະນັ້ນ, ອີຣານ ສາມາດສົ່ງອອກສິນຄ້າມາ ຫວຽດນາມ ຄື: ນ້ຳມັນ, ບັນດາຜະລິດຕະພັນເຄມີ… ທ່ານປະທານປະເທດ ເນັ້ນໜັກວ່າ: ການນຳ 2 ປະເທດໄດ້ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດເພີ່ມທະວີການສຳພັດຕະຫຼາດຂອງກັນບັນລຸວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເຖິງ 2 ຕື້ USD ໃນໄລຍະຈະມາເຖິງໂດຍໄວ, ພ້ອມທັງເຫັນດີຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດ…