ຫວຽດນາມຮຽກຮ້ອງບັນດາຝ່າຍເຄົາລົບກົດໝາຍ ສາກົນ, ຟື້ນຟູສັນຕິພາບ, ສະຖຽນລະພາບຢູ່ເຂດກາຊາ
(ພາບປະກອບ: AFP)
(vovworld) – ຕອນບ່າຍວັນທີ 20/08, ຢູ່ຮ່າໂນ້ຍ, ຄະນະກຳມະການຫວຽດນາມ ສາມັກຄີກັບປະຊາຊົນປາແລດສຕິນ, ຄະນະກຳມະການຫວຽດນາມ ສາມັກຄີ ແລະ ຮ່ວມມືອາຊີ - ອາຟລິກາ - ອາເມລິກາລາຕິນ, ກອງທຶນສັນຕິພາບ ແລະ ພັດທະນາຫວຽດນາມ, ຄະນະກຳມະການສັນຕິພາບຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາແບ່ງປັນຂໍ້ມູນກ່ຽວກັບສະພາບການຢູ່ເຂດກາຊາ. ທີ່ການໂອ້ລົມສົນທະນາ, ແບ່ງປັນ ແລະ ອັບເດັດຂໍ້ມູນກ່ຽວກັບວິກິດການເຊິ່ງຊາວປາແລດສຕິນ ພວມຮັບມື, ທ່ານເອກອັກຄະລັດຖະທູດປາແລດຕິນ ປະຈຳຫວຽດນາມ Saadi Salama ຮຽກຮ້ອງໃຫ້ປະຊາຄົມສາກົນກ່າວປະນາມການບຸກໂຈມຕີທີ່ໂຫດຮ້າຍຂອງປາແລດສຕິນ ແລະ ໜູນຊ່ວຍມະນຸດສະທຳໃຫ້ປະຊາຊົນຢູ່ເຂດກາຊາ; ພ້ອມທັງຮຽກຮ້ອງບັນດາຄຳໝັ້ນສັນຍາໃຫ້ວິວັດການສ້າງຕັ້ງເຂດດິນແດນດັ່ງກ່າວຄືນໃໝ່ ດ້ວຍການຮັບປະກັນຈາກຝ່າຍອິດສຣາແອນ ກັບປະຊາຊົນສາກົນວ່າ ຈະບໍ່ບຸກໂຈມຕີເຂດດິນນີ້ອີກໃນອະນາຄົດ. ຢືນຢັນຄວາມສາມັກຄີລະຫວ່າງຫວຽດນາມ - ປາແລດສຕິນ ແລະ ສະໜັບສະໜູນການຕໍ່ສູ້ເປັນທຳຂອງປະຊາຊົນປາແລດສຕິນ, ທ່ານ ໂຮ່ແອງຢຸງ, ປະທານຄະນະກຳມະການຫວຽດນາມ ສາມັກຄີກັບປະຊາຊົນປາແລດສຕິນ ເນັ້ນໜັກວ່າ, ຄະນະກຳມະການຫວຽດນາມ ສາມັກຄີກັບປະຊາຊົນປາແລດສຕິນ, ຄະນະກຳມະການຫວຽດນາມ ສາມັກຄີ ແລະ ຮ່ວມມືອາຊີ - ອາຟລິກາ - ອາເມລິກາລາຕິນ, ກອງທຶນສັນຕິພາບ ແລະ ພັດທະນາຫວຽດນາມ, ຄະນະກຳມະການສັນຕິພາບຫວຽດນາມ ຄັດຄ້ານການນຳໃຊ້ອາວຸດເລັ່ງໃສ່ປະຊາຊົນຢູ່ເຂດກາຊາຢ່າງຮຸນແຮງ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິການກະທຳນຳໃຊ້ອາວຸດ, ຢຸດຕິການຖິ້ມລະເບີດລົງເຂດກາຊາ, ພ້ອມກັນເຈລະຈາ, ມຸ່ງໄປເຖິງການແກ້ໄຂການປະທະກັນ. ຄຳຖະແຫຼງກໍ່ຮຽກຮ້ອງໃຫ້ຝ່າຍຕ່າງໆເຄົາລົບກົດໝາຍສາກົນ ຮ່ວມມືກັບປະຊາຄົມສາກົນຟື້ນຟູສັນຕິພາບ, ສະຖຽນລະພາບໃຫ້ພາກພື້ນໂດຍທັນທີ.