ຫວຽດນາມຮຽກຮ້ອງປະຊາຄົມສາກົນສ້າງໜ່ວຍໂລກແຫ່ງສັນຕິພາບແລະມີຄວາມໝັ້ນຄົງ
ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ
(ພາບ: TTXVN)
(vovworld) - ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລືລວມຂອງຄະນະກຳມະການຫລຸດຜ່ອນກຳລັງອາວຸດ ແລະ ທະຫານ ແລະ ຄວາມໝັ້ນຄົງສາກົນ, ຄະນະກຳມະການ 1, ພວມດຳເນີນໄປຢູ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ, ອາເມລິກາ, ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ ຮຽກຮ້ອງປະຊາຄົມສາກົນ ພ້ອມກັນສ້າງໜ່ວຍໂລກແຫ່ງສັນຕິພາບ ແລະ ມີຄວາມໝັ້ນຄົງ, ຊຸກຍູ້ວັດທະນະທຳເຄົາລົບ ແລະ ມີການປະພຶດເໝາະສົມກັບບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຊີ້ແຈ້ງວ່າ: ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນຕ້ານການເຜີຍແຜ່, ຫລຸດຜ່ອນກຳລັງອາວຸດ ແລະ ທະຫານຢ່າງຮ້ອບດ້ານ ແລະ ລະອຽດ, ພິເສດແມ່ນອາວຸດນິວເຄຼຍ ແລະ ອາວຸດລ້າງຜານ. ທ່ານນາງ ຫງວຽນເຟືອງງາ ຢືນຢັນຄຳໝັ້ນສັນຍາພ້ອມກັບບັນດາປະເທດສູ້ຊົນເພື່ອຈຸດໝາຍລວມນີ້, ກໍ່ຄືຮັບປະກັນຄວາມໝັ້ນຄົງຄວາມສະຫງົບປອດໄພໃນວິວັດການນຳໃຊ້ພະລັງງານນິວເຄຼຍ ເພື່ອແນໃສ່ພັດທະນາເສດຖະກິດ - ສັງຄົມ