ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ເຄົາ​ລົບ​ວ່າ​ດ້ວຍ​ມະ​ນຸດ​ສະ​ທຳ​ສາ​ກົນ

(VOVWORLD) -ບັນດາຜູ້ລາຍງານໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງສ້າງຕັ້ງລັດຖະບານຊຸດໃໝ່ຢູ່ເຢແມນ ແລະ ຖືວ່າ ນີ້ແມ່ນສັນຍານທີ່ຕັ້ງໜ້າໃນການປະຕິບັດສົນທິສັນຍາ Riyadh.
ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ເຄົາ​ລົບ​ວ່າ​ດ້ວຍ​ມະ​ນຸດ​ສະ​ທຳ​ສາ​ກົນ - ảnh 1ກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ເຢແມນ ຂອງ ສປຊ (ພາບ: baoquocte.vn)

ວັນທີ 14 ມັງກອນ, ສະພາຄວາມໝັ້ນຄົງສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ເຢແມນ, ທ່ານ Martin Griffiths ທູດພິເສດຂອງ ເລຂານຸການໃຫຍ່ ສປຊ ກ່ຽວກັບເຢແມນ, ທ່ານ Mark Lowcock ຮອງເລຂານຸການໃຫຍ່ຜູ້ຮັບຜິດຊອບບັນດາບັນຫາມະນຸດສະທຳ ແລະ ທ່ານ David Beasley ຜູ້ອຳນວຍການໂຄງການທັນຍາຫານ ສປຊ ໄດ້ລາຍງານອັບເດດສະພາບການຢູ່ກອງປະຊຸມ.

        ບັນດາຜູ້ລາຍງານໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງສ້າງຕັ້ງລັດຖະບານຊຸດໃໝ່ຢູ່ເຢແມນ ແລະ ຖືວ່າ ນີ້ແມ່ນສັນຍານທີ່ຕັ້ງໜ້າໃນການປະຕິບັດສົນທິສັນຍາ Riyadh.

        ກ່ຽວຂ້ອງເຖິງສະພາບການມະນຸດສະທຳຢູ່ເຢແມນ, ບັນດາຜູ້ລາຍງານ ໄດ້ຕີລາຄາສະພາບການທີ່ພວມນັບມື້ນັບຮ້າຍແຮງກ່ວາເກົ່າ ແລະ ຄວາມສ່ຽງເກີດໄພອຶດຫິວໃນວົງກ້ວາງ ແມ່ນຍາກທີ່ຈະຫຼີກລ້ຽງໄດ້ ຖ້າຫາກວ່າບໍ່ສະກັດກັ້ນໄດ້ຢ່າງທັນການ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມຫ໋າຍແອັງ ອຸປະທູດຊົ່ວຄາວຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຄວາມກ້າວໜ້າຢ່າງຕັ້ງໜ້າໃນການປະຕິບັດສົນທິສັນຍາ Riyadh, ລວມມີການສ້າງຕັ້ງລັດຖະບານຊຸດໃໝ່, ກ່າວປະຊາມບັນດາເຫດບຸກໂຈມຕີຢູ່ Aden ໃນວັນທີ 30 ທັນວາ ແລະ ຮຽກຮ້ອງໃຫ້ຈັດຕັ້ງກອງປະຊຸມສາກົນກ່ຽວກັບການໜູນຊ່ວຍໃຫ້ແກ່ເຢແມນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ