ຫວຽດນາມຮຽກຮ້ອງໄຕ້ຫວັນບໍ່ຊ້ອມຮົບດ້ວຍລູກລະເບີດແທ້ຢູ່ເກາະບາບິ່ງ

 
ຫວຽດນາມຮຽກຮ້ອງໄຕ້ຫວັນບໍ່ຊ້ອມຮົບດ້ວຍລູກລະເບີດແທ້ຢູ່ເກາະບາບິ່ງ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ

(vovworld) - ວັນ​ທີ 3/11/2014, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ສະ​ເໜີ​ໃຫ້​ຮູ້​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ​ຕໍ່​ເລື່ອງ​ໄຕ້​ຫວັນ​ແຈ້ງ​ຂ່າວ​ຈະ​ດຳ​ເນີນການ​ຊ້ອມ​ຮົບ​ດ້ວຍ​ລູກ​ລະ​ເບີດ​ແທ້​ຢູ່​ເກາະ ບາ​ບິ່ງທີ່​ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ​ຂອງ​ຫວຽດນາມ, ​ແຕ່​ວັນ​ທີ 3-4/11/2014, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ, ​ໃຫ້​ຮູ້​ວ່າ, ຫວຽດນາມ​ມີ​ຫຼັກ​ຖານນິຕິ​ກຳ​ຢ່າງ​ພຽງ​ພໍ​ກ່ຽວ​ກັບ​ປະຫວັດສາດ ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຕົນ​ຢູ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ທ່ານ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ, ​ເລື່ອງ ໄຕ້​ຫວັນຈັດ​ຕັ້ງ​ການຊ້ອມ​ຮົບ​ດ້ວຍ​ລູກ​ລະ​ເບີດ​ແທ້​ຢູ່​ເກາະ ບາ​ບິ່ງ ​ແມ່ນ​ການ​ກະທຳ​ແຊກ​ແຊງ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ຂອງ​ຫວຽດນາມ​ຢ່າງ​ຮ້າຍ​ແຮງ, ​ເປັນ​ການ​ນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ, ຄວາມ​ໝັ້ນຄົງ​ໃນ​ການ​ເດີນ​ທະ​ເລ, ກໍ່​ຄວາມ​ເຄັ່ງ​ຕຶງ ​ແລະ ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກສັບສົນຂຶ້ນ​ຕື່ມ. ຫວຽດນາມ ​ເດັດ​ດຽວ​ຄັດຄ້ານ ​ແລະ ຮຽກຮ້ອງ​ໄຕ້​ຫວັນ​ຢຸດ​ທິການ​ກະທຳ​ທີ່​ຜິດພາດ​ດັ່ງກ່າວ​ໃນ​ທັນທີ ​ແລະ ບໍ່​ປະ​ໃຫ້​ເກີດ​ການ​ກະທຳ​ທີ່​ຄ້າຍ​ຄື​ດັ່ງກ່າວ​ອີກ.

ຂ່າວ/ບົດ​ອື່ນ