ຫວຽດນາມເຂົ້າຮ່ວມ ກອງປະຊຸມລັດຖະ ມົນຕີແມ່ນ້ຳຂອງ- ສ.ເກົາຫຼີ ຄັ້ງທີ 4
ກອງປະຊຸມລັດຖະມົນຕີແມ່ຂອງ - ສ.ເກົາຫຼີ ຄັ້ງທີ 4
(ພາບ: TTXVN)
(vovworld) – ກອງປະຊຸມລັດຖະມົນຕີແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 4 ດຳເນີນໄປໃນຕອນເຊົ້າວັນທີ 29/07, ຢູ່ນະຄອນຫຼວງເຊີອູນ, ສ.ເກົາຫຼີ ພາຍໃຕ້ການເປັນປະທານຂອງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ ແລະ ຜູ້ຮັກສາການລັດຖະມົນຕີກະຊວງການຕ່າງປະເທດໄທ. ກອງປະຊຸມຄັ້ງນີ້ ແມ່ນເຫດການສຳຄັນເຊິ່ງນອນໃນບັນດາການເຄື່ອນໄຫວຂອງ “ປີພົບປະແລກປ່ຽນແມ່ນ້ຳຂອງ - ສ.ເກົາຫຼີ 2014”. ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ແລກປ່ຽນກ່ຽວກັບການກຳນົດທິດຜັນຂະຫຍາຍການຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ ໃນໄລຍະຈະມາເຖິງ, ກໍ່ຄືບາງບັນຫາສາກົນ ແລະ ພາກພື້ນຄື ການຜັນແປໃນແຫຼມເກົາຫຼີ, ສະພາບຢູ່ທະເລຕາເວັນອອກ, ສະພາບການເມືອງຢູ່ໄທ… ກອງປະຊຸມໄດ້ຮັບຮອງແຜນການເຄື່ອນໄຫວ 2014 – 2017 ແລະ ຂັ້ນຕອນການນຳໃຊ້ກອງທຶນຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວທີ່ສຳຄັນສຳລັບກົນໄກຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ, ຊ່ວຍກຳນົດຈຸດໝາຍ, ທິດທາງ ແລະ ຂັ້ນຕອນລະອຽດເພື່ອປະຕິບັດບັນດາໂຄງການຮ່ວມມືໃຫ້ບຸລິມະສິດ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ທີ່ມີຕໍ່ການພັດທະນາຂອງອະນຸພາກພື້ນແມ່ນ້ຳຂອງ; ແບ່ງປັນທັດສະນະຕ້ອງເອົາໃຈໃສ່ເຖິງການເຕີບໂຕຂຽວໃນພາກພື້ນ… ການເຂົ້າຮ່ວມບັນດາກອງປະຊຸມຂອງຫວຽດນາມ ໄດ້ປະກອບສ່ວນຊຸູກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເກົາຫຼີ ແລະ ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດແມ່ນ້ຳຂອງອື່ນໆ, ພ້ອມທັງຢືນຢັນຄວາມເອົາໃຈໃສ່ ແລະ ການປະກອບສ່ວນຂອງຫວຽດນາມ ສຳລັບກົນໄກຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ. ຕາມການໝູນວຽນ, ຫວຽດນາມ ຈະພ້ອມກັບສ.ເກົາຫຼີ ເປັນປະທານບັນດາກອງປະຊຸມແມ່ຂອງ - ສ.ເກົາຫຼີ ໃນປີ 2015.
ຢູ່ນອກກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Yun Bieng Se, ແລກປ່ຽນບັນດາມາດຕະການລະອຽດ ເພ່ືອຜັນຂະຫຍາຍບັນດາກຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳ 2 ປະເທດ, ໃນນັ້ນມີການຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ, ຍູ້ແຮງການລົງທຶນ, ການຄ້າ… ທ່ານຮອງນາຍົກລັດຖະມົນຕີ ຟ້ອມບິ່ງມິງ ສະເໜີໃຫ້ຝ່າຍສ.ເກົາຫຼີ ຕັ້ງໜ້າສົມທົບກັບຫວຽດນາມ ເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນບັນດາມາດຕະການເພື່ອສະກັດກັ້ນສະພາບຄົນງານຫວຽດນາມ ບໍ່ກັບເມື່ອປະເທດຫຼັງຈາກສັນຍາແຮງງານໝົດກຳນົດ, ພ້ອມທັງສະເໜີໃຫ້ 2 ຝ່າຍລົງນາມ “ບົດບັນທຶກຊ່ວຍຈຳທຳມະດາ” ກ່ຽວກັບໂຄງການສະໜອງການອະນຸຍາດວຽກເຮັດງານທຳໃຫ້ຄົນງານຕ່າງປະເທດ.