ຫວຽດນາມເຂົ້າຮ່ວມ ກອງປະຊຸມລັດຖະມົນ ຕີປ້ອງກັນປະເທດ ອາຊຽນຄັ້ງທີ 7

ຫວຽດນາມເຂົ້າຮ່ວມ ກອງປະຊຸມລັດຖະມົນ ຕີປ້ອງກັນປະເທດ ອາຊຽນຄັ້ງທີ 7 - ảnh 1
ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​
ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນຄັ້ງ​ທີ 7

(vovworld) – ວັນ​ທີ 7/5, ຢູ່​ນະຄອນຫຼວງ Bandar Seri Begawan, ປະ​ເທດ​ບຮູ​​ໃນ, ​ໄດ້​ດຳ​ເນີນ​​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນຄັ້ງ​ທີ 7 (ADMM-7). ຄະນະຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ: “ປະຈຸ​ບັນ, ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ​ຍັງ​ຄົງ​ແມ່ນ​ທ່າ​ອ່ຽງຕົ້ນ​ຕໍ່. ອາ​ຊຽນ ຄວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຮ່ວມ​ມື​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮື​ອງລວມ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ວມ​ມື​ກັບ​ຈີນ ​ແລະ ອາ​ເມ​ລິ​ກາ, ​ເຊິ່ງ​ແມ່ນ​ສອງ​ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​ໃຫຍ່​ກວ່າ​ໝູ່​​ໃນ​ໂລກ, ມີ​ຜົນ​ສະທ້ອນ​ເຖິງ​ສະພາບ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ. ທ່ານ​ລັດຖະມົນຕີ ຟຸ່ງກວາງ​ແທງ​ຖື​ວ່າ​, ​ເບິ່ງ​ລວມ​ແລ້ວ, ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກມີ​ຄວາມ​ໝັ້ນຄົງ, ​ແຕ່ຍັງ​ຊ້ອນ​ແຝງ​ບັນດາ​ບັນຫາ​ທີ່​ສັບສົນ, ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ, ບາງ​ເທື່ອ​ກໍ່​ເກີດ​ການ​ພິພາດ​ກັນ. ທ່ານ​ຢືນຢັນ​ວ່າ: “ທັດສະນະ​ຂອງ​ຫວຽດນາມ​ແມ່ນ​ແກ້​ໄຂ​ການ​ພິພາດ​ດ້ວຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ຝ່າ​ຍຕ່າງໆ​ພ້ອມ​ກັນ​ມານະ​ພະຍາຍາມ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ຖະ​ແຫຼ​ງການ​ຫຼັກການ 6 ຂໍ້ ຂອງ​ອາ​ຊຽນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ…ຊຸກຍູ້​ການ​ເຈລະຈາກໍ່ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ໃນ​ທະ​ເລ​ຕາ​ເວັນ​ອອກ (COC) ລະຫວ່າງ​ອາ​ຊຽນ ​ແລະ ຈີນ”. ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ພົນ​ເອກ ຟຸ່ງກວາງ​ແທງ ກໍ່​ໄດ້​ສະ​ເໜີ​ມາດ​ຕະການ​ຮ່ວມ​ມື​ລະອຽດ​ຈຳນວນ​ໜຶ່ງ​ຄື: ບັນດາ​ລັດຖະມົນຕີ​ຊີ້​ນຳ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະຫານ​ເຮືອ, ສ້າງ​ໂທລະສັບ​ສາຍ​ດ່ວນ​ລະຫວ່າງ​ທະຫານ​ເຮືອ​ປະ​ເທດ​ຕ່າງໆ, ຈັດ​ຕັ້ງ​ການ​ລາດ​ຕາ​ເວນ​ຮ່ວມ​ໃນ​ທະ​ເລ; ສະ​ເໜີ​ພິຈາລະນາ​ເລື່ອງ​ບັນດາ​ປະ​ເທດ​ອາ​ຊຽນສາມາດ​ເຊັນ​ຂໍ້​ຕົກລົງ​ບໍ່​ນຳ​ໃຊ້​ກຳລັງ​ອາວຸດ​ກ່ອນ ​ແລະ ​ໃນ​ການ​ພິພາດ​ອະທິປະ​ໄຕ​ໃນ​ທະ​ເລ. ພິ​ເສດ​ແມ່ນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ກຸ່ມ​ທີ່​ມີ​ກຳລັງ​ທະຫານ​ພວມຕັ້ງ​ທັບ​ໃນ​ໝູ່​ເກາະ ​ເຈື່ອງ​ຊາ. ທ່ານ​ຊີ້​ແຈ້ງວ່າ: “​ເຮັດ​ໄດ້​ຄື​ດັ່ງກ່າວ​ຈະ​ແມ່ນ​ປະຖົມ​ປັດ​ໃຈ ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສັນຕິພາບ, ສະຖຽນ​ລະ​ພາບ, ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ, ການ​ປະ​ເຊີນ​ໜ້າ​ໃນ​ພາກ​ພື້ນ“,

ຢູ່​ນອກ​​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນຄັ້ງ​ທີ 7, ບັນດາ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ​ໄດ້​ມີ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ກັບລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຈີນ.

 

ຂ່າວ/ບົດ​ອື່ນ