ຫວຽດນາມເຂົ້າຮ່ວມກອງ ປະຊຸມສຳມະນາການ ສຶກສາຢູ່ສິງກະໂປ
(ພາບປະກອບ: TTXVN)
(vovworld)- ນັກເຄື່ອນໄຫວໃນຂົງເຂດການສຶກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ກ່ວາ 500 ທ່ານໄດ້ເຂົ້າຮ່ວມກອງປະຊຸມສຳມະນາ “ເສັ້ນທາງໃໝ່ໄປເຖິງພູມປັນຍາຢູ່ອາຊີປະຈຸບັນ“ ໃນຂອບເຂດງານວາງສະແດງການສຶກສາອາຊີປີ 2013 ຊື່ງດຳເນີນໄປແຕ່ວັນທີ 20-22/11 ຢູ່ສິງກະໂປ. ດ້ວຍທັດສະນະລວມທີ່ວ່າ: ການສຶກສາແມ່ນປັດໄຈສຳຄັນທີ່ສຸດກະທົບເຖິງການພັດທະນາສັງຄົມ ແລະ ເສດຖະກິດຢູ່ທຸກປະເທດ, ບັນດານັກປະຖະກະຖາໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາການປ່ຽນແປງ ແລະ ສິ່ງທ້າທາຍຊື່ງຂະແໜງການສຶກສາຕ້ອງຮັບມືໃນສັດຕະວັດທີ 21 ກໍ່ຄືບັນດາທ່າອ່ຽງ ແລະ ຕົວຈິງການສຶກສາຫຼ້າສຸດ. ຮອງສາດສະດາຈານ, ດຣ ຫງວຽນຊວນແທ່ງ, ຮອງຫົວໜ້າກົມສຶກສາມັດທະຍົມ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໃຫ້ຮູ້ວ່າ: ກອງປະຊຸມສຳມະນາມີຄວາມໝາຍສຳຄັນທີ່ສຸດສຳລັບບັນດານັກຄຸ້ມຄອງ, ຄູອາຈານຫວຽດນາມ. ຕາມທ່ານແລ້ວ, ທີ່ກອງປະຊຸມສຳມະນາ, ບັນດານັກປະຖະກະຖາໄດ້ແລກປ່ຽນກ່ຽວກັບເນື້ອໃນຕີລາຄາການຮ່ຳຮຽນ, ຕີລາຄາວິວັດການຊື່ງຫວຽດນາມ ພວມຄົ້ນຄ້ວາ ແລະ ນຳໃຊ້ຢ່າງເລິກເຊິ່ງ. ຄຽງຄູ່ກັນນັ້ນ, ກອງປະຊຸມສຳມະນາຍັງເຕື້ອງເຖິງບັດນາແນວຄວາມຄິດທັນສະໄໝຄື: ສົມທົບລະຫວ່າງເນື້ອໃນສິດສອນ ແລະ ພາສາຊື່ງຫວຽດນາມສາມາດຊັ່ງຊາເພື່ອນຳໃຊ້ໃນການປະຕິຮູບການສຶກສາໃນອະນາຄົດ.