ຫວຽດນາມເຂົ້າຮ່ວມກອງ ປະຊຸມໃຫ່ຍ IPU ຄັ້ງທີ 131 ຢູ່ເຊີແນວ


ຫວຽດນາມເຂົ້າຮ່ວມກອງ ປະຊຸມໃຫ່ຍ IPU ຄັ້ງທີ 131 ຢູ່ເຊີແນວ - ảnh 1

 ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຕອງ​ທິຟອງ

(ພາບ: Dương Giang/TTXVN )

(vovworld) –​​​​​ສະມາຊິກ​ລັດຖະສະພາ​ປະມານ 800 ທ່ານ​ມາ​ຈາກ 140 ປະ​ເທດ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫ່ຍລັດຖະສະພາ​ໂລກ (IPU) ຄັ້ງທີ 131 ຈັດ​ຂຶ້ນ​ແຕ່​ວັນ​ທີ 12-16/10 ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ. ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຕອງ​ທິຟອງ ນຳ​ໜ້າ ​ໄດ້​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​ໃຫ່ຍ ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ. ວາລະ​ປະຊຸມ​ຂອງ​ສະມາຊິກ​ລັດຖະສະພາ​ຍິງ​ຈັດ​ຂຶ້ນ​ໃນ​ວັນື 12/10 ​ໄດ້​ວິ​ເຄາະ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ຜົນ​ສະທ້ອນ​ຂອງ​ອົງການ​ໃນ​ວິວັດ​ການ​ເພີ່ມ​ທະວີ​ການ​ເຂົ້າຮ່ວມ​ຂອງ​ແມ່ຍິງ. ກ່ອນໜ້ານັ້ນ, ​ໃນ​ວັນ​ທີ 10-11/10 ​ໄດ້​ຈັດ​ກອງ​ປະຊຸມ​ທົ່ວ​ໂລກ ​ IPU ໃຫ້​ແກ່ບັນດາ​ສະມາຊິກ​ລັດຖະສະພາ​ໜຸ່ມ. ກອງ​ປະຊຸມ​​ໄດ້ສົ່ງ​ເສີມ​ການ​ເຂົ້າຮ່ວມ​ຂອງ​ຊາວ​ໜຸ່ມ​ໃນ​ບັນດາ​ລັດຖະນະ​ໂຍບາຍ​​ໃນ​ລະດັບ​ຊາດ ​ແລະ ສາກົນລວມທັງ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ ​ແທນ​ໃຫ້​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ​ໃນ​ປີ 2015./.

ຂ່າວ/ບົດ​ອື່ນ