(vovworld) - ໃນລະຫວ່າງວັນທີ 05 – 06/04, ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ - ອິນເດຍ ຄັ້ງທີ 19 ຖືກດຳເນີນຢູ່ນະຄອນຫຼວງ New Delhi ຂອງອິນເດຍ. ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ຫງວຽນກ໋ວກຢຸງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນ - ອິນເດຍ Preeti Saran ໄດ້ເປັນປະທານຮ່ວມ. ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ທົບທວນຄືນການຮ່ວມມືອາຊຽນ - ອິນເດຍ ໃນໄລຍະຜ່ານມາ ກໍຄື ທິດທາງເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ບັນດາປະເທດກໍເປັນເອກະພາບນຳກັນໂດຍພື້ນຖານບາງບັນຫາກ່ຽວກັບການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອິນເດຍ (1992 - 2017). ກ່າວຄຳເຫັນທີ່ກອງປະຊຸມ, ດ້ວຍຖານະເປັນປະເທດປະສານງານການພົວພັນອາຊຽນ - ອິນເດຍ, ຫົວໜ້າ SOM ອາຊຽນ ຫວຽດນາມ ຢືນຢັນວ່າ, ດ້ວຍບັນດາສິ່ງທີ່ຄ້າຍຄືກັນດ້ານປະຫວັດສາດ, ວັດທະນະທຳ ແລະ ສາສະໜາ, ອາຊຽນ ແລະ ອິນເດຍ ຄວນຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດກວ່າອີກ, ເປັນພື້ນຖານໃຫ້ບັນດາການພັດທະນາໃໝ່ໃນການພົວພັນດ້ານການເມືອງ, ການປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ວັດທະນະທຳສັງຄົມລະຫວ່າງອາຊຽນ ແລະ ອິນເດຍ.
ກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນ, ທ່ານຮອງລັດຖະມົນຕີ ຫວຽນກ໋ວກຢຸງ ຢືນຢັນວ່າ ບົດບາດໃຈກາງຂອງອາຊຽນ ສືບຕໍ່ໄດ້ຮັບການປັບປຸງ, ບັນດາປະເທດຄູ່ຮ່ວມມື, ໂດຍສະເພາະແມ່ນບັນດາປະເທດໃຫຍ່ສືບຕໍ່ຢືນຢັນຄວາມເຄົາລົບ ແລະ ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນບັນດາວິວັດທະນາການພາກພື້ນໂດຍອາຊຽນ ສ້າງຕັ້ງ ແລະ ນຳພາ. ທ່ານຮອງລັດຖະມົນຕີເນັ້ນໜັກວ່າ, ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ການເດີນທະເລຢ່າງເສລີ ແລະ ການບິນຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບຂອງທຸກປະເທດ, ໃນນັ້ນມີອິນເດຍ, ເຊິ່ງແມ່ນປະເທດມີການພົວພັນສະໜິດແໜ້ນກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຜ່ານການຂົນສົ່ງທາງທະເລ. ຕາມນັ້ນແລ້ວ, ບັນດາປະເທດຕ້ອງຍົກສູງຈິດໃຈເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ແລະ ບັນດາວິວັດການທາງການທູດ, ກົດໝາຍໃນພາກພື້ນ, ນັບທັງການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ຄົບຖ້ວນ.