ຫວຽດນາມເຂົ້າຮ່ວມກອງປະຊຸມຄະນະປະຈຳການກອງປະຊຸມສາກົນບັນດາພັກການເມືອງອາຊີ

ຫວຽດນາມເຂົ້າຮ່ວມກອງປະຊຸມຄະນະປະຈຳການກອງປະຊຸມສາກົນບັນດາພັກການເມືອງອາຊີ - ảnh 1
ກອງ​ປະ​ຊຸມ​ຄະ​ນະ​​ປະ​ຈຳ​ການກອງ​ປະ​ຊຸມ​ສາ​ກົນ​ບັນ​ດາ​ພັກ​ການ​ເມືອງ ອາ​ຊີ (ICAPP) ປີ 2013 ຢູ່​ຮ່າ​ໂນ້ຍ
(ພາບ​ປະ​ກອບ)

(vovworld) – ​​​​​​​ ​​ໃນ​ລະ​ຫວ່າງວັນ​ທີ 28/2 – 3/3, ກອງ​ປະ​ຊຸມ​ຄະ​ນະ​​ປະ​ຈຳ​ການກອງ​ປະ​ຊຸມ​ສາ​ກົນ​ບັນ​ດາ​ພັກ​ການ​ເມືອງ ອາ​ຊີ (ICAPP) ຄັ້ງ​ທີ 24 ດຳ​ເນີນ​ໄປ​ຢູ່​ນະ​ຄອນຫຼວງ Kuala Lumpur, ປະ​ເທດ ມາ​ເລ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ 22 ພັກ​ການ​ເມືອງ​ແມ່ນ​ສະ​ມາ​ຊິກ​ຂອງ ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ການ ICAPP, ບາງ​ອົງ​ການ​ຄູ່​ຮ່ວມ​ມື​ຂອງ ICAPP ຈາກ ອາບ​ຟ​ຣີ​ກາ, ເອີ​ລົບ ແລະ ຄູ່​ຮ່ວມ​ມືບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ. ຄະ​ນະ​ຜູ້​ແທ​ນ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ໂດຍ​ທ່ານ ເຈີ່ນ​ດັກ​ເລີ້ຍ, ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ, ກຳ​ມະ​ການໃນ​ຄະ​ນະ​​ປະ​ຈຳ​ການ ICAPP, ນຳ​ໜ້າ, ເຂົ້າ​ຮ່ວມກອງ​ປະ​ຊຸມ. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ສຸມ​ໃສ່​ຕີ​ລາ​ຄາ​ການ​ເຄື່ອນ​ໄຫວ​ຂອງ ICAPP ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຄວນ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຈຸດ​ໝາຍ​ບຸ​ລິ​ມະ​ສິດ ເຊິ່ງ​ລວມ​ມີ: ການ​ຕ້ານ​ຄວາມ​ທຸກ​ຍາກ​ອຶດ​ຫິວ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຕ້ານ​ລັດ​ທິ​ຫົວ​ຮຸນ​ແຮງ. ກອງ​ປະ​ຊຸມ​ຕັດ​ສິນ​ໃຈ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື ປ່ຽນ​ໃໝ່​ກາ​ນ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທ​ິ​ຜົນ​ຂອງ ICAPP, ກະ​ກຽມ​ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່ ICAPP ຄັ້ງ​ທີ 9 ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ ມາ​ເລ​ເຊຍ ໃນ​ປີ 2016. ໃນ​ວິ​ວັດ​ການ​ດຳ​ເນີນກອງ​ປະ​ຊຸມ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ປຶກ​ສາ​ຫາ​ລື​ບັນ​ດາ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ, ພ້ອມ​ທັງ​ພົບ​ປະ​ກັບ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຂອງ​ພັກ​ຄູ່​ຮ່ວມ​ມື​ເພື່ອ​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ຮ່ວ​ມ​ມື 2 ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

 


ຂ່າວ/ບົດ​ອື່ນ