ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີຄົມມະນາຄົມອາຊຽນຄັ້ງທີ21

ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີຄົມມະນາຄົມອາຊຽນຄັ້ງທີ21 - ảnh 1
ກອງປະຊຸມລັດຖະມົນຕີຄົມມະນາຄົມອາຊຽນຄັ້ງທີ21
(ພາບ: Vietnam+)


(vovworld) – ວັນ​ທີ 05/11, ກອງ​ປ​ະຊຸມ​ລັດຖະມົນຕີ​ຄົມມະນາຄົມ​ອາ​ຊຽນຄັ້ງ​ທີ 21 (ATM 21) ​ແລະ ບັນດາ​ກອງ​ປະຊຸ​ມທີ່​ກ່ຽວ​ຂ​້ອງ​ຖື​ກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊ​ຍ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ ດິງລາ​ທັງ ນຳ​ໜ້າ ​ເຂ​ົ້າຮ່ວມ​ກອງ​ປະຊຸມ. ​ໃນ​ບົດ​ກ່າວ​​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີມາ​ເລ​ເຊ​ຍ Ahmad Zahid Hamidi ​ໃຫ​້ຮູ້​ວ່າ, ຂົງ​ເຂດ​ຄົມມະນາຄົມມີ​ບົດບາດສຳຄັນ​ໃນ​ການ​ຮັບປະກັນ​ໃຫ້​ອາ​ຊຽນ ກາຍ​ເປັນ​ກຸ່ມ​ເສດຖະກິດ​ສຳຄັນ​ຂອງ​ໂລກ. ​ເລື່ອງສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນຫ ​ໃນ​ທ້າຍ​ປີ 2015 ຈະ​ແມ່ນ​ຂີດ​ໝາຍ​ສຳຄັນ​ຂອງ​ອາ​ຊຽນ. ​ເລື່ອງ​ປັບປຸງ​ການ​ເຊື່ອມ​ຕໍ່ ​ແລະ ລະບົບ​ຄົມ​ມະ​ນາ​ຄົມ​ນັບ​ທັງ​ທາງ​ບົກ, ທາງ​ອາກາດ ​ແລະ ທາງ​ທະ​ເລ​ໃນ​ພາກ​ພື້ນ ມີ​ບົດ​ບາດ​ພໍ​ສົມຄວນ​ໃນ​ການ​ພັດທະນາ​ຂອງ​ອາ​ຊຽນ, ຊຸກຍູ​້ການ​ເຊື່ອມ​ຕໍ່​ດ້ານ​ເສດຖະກິດ ​ແລະ ​ເພີ່ມ​ລັກສະນະ​ແກ່ງ​ແຍ້​ງຂອງ​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ