ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມ AEM 47(ພາບ:AFP/TTXVN)
(vovworld) - ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 47 (AEM 47) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຖືກດຳເນີນໃນລະຫວ່າງວັນທີ 22 – 25/8/2015 ຢູ່ນະຄອນຫວງ ກົວລາລຳເປີ ປະເທດ ມາເລເຊຍ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຫງວຽນເກີມຕຸ໋ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ນຳໜ້າ. ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ເປັນເຈົ້າການພ້ອມກັບບັນດາປະເທດ ອາຊຽນ ປຶກສາຫາລືການກຳນົດທິດ ເພື່ອສຳເລັດບັນດາມາດຕະການສ້າງ AEC ໃນປີ 2015 ແລະ ແຜນການສັງລວມສ້າງ AEC ຮອດປີ 2025, ສຸມໃສ່ເນື້ອໃນສົ່ງເສີມ ແລະ ຫັນຄວາມສະດວກໃຫ້ແກ່ການຄ້າ ເພື່ອຫລຸດຜ່ອນຄ່າໃຊ້ຈ່າຍ, ຍົກສູງລັກສະນະແກ່ງແຍ້ງໃຫ້ວິສາຫະກິດ. ຫວຽດນາມ ກໍສືບຕໍ່ຊຸກຍູ້ບັນດາຂໍ້ລິເລິ່ມກ່ຽວກັບການຮ່ວມມືພາກພື້ນລະຫວ່າງ 4 ປະເທດຄື: ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ, ບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ ແລະ ຍີ່ປຸ່ນ. ຄຽງຄູ່ກັບບັນດາການເຄື່ອນໄຫວທາງການ, ທ່ານລັດຖະມົນຕີຊ່ວຍວ່າການ ຫງວຽນເກີມຕຸ໋ ໄດ້ມີການພົບປະ 2 ຝ່າຍຢູ່ນອກກອງປະຊຸມກັບລັດຖະມົນຕີ ເສດຖະກິດ ອາຊຽນ ແລະ ລັດຖະມົນຕີບັນດາປະເທດຄູ່ຮ່ວມມືຄື: ຍີ່ປຸ່ນ, ກຳປູເຈຍ, ລາວ, ມຽນມາ…ເພື່ອຊຸກຍູ້ການຮ່ວມມືກ່ຽວກັບດ້ານເສດຖະກິດ - ການຄ້າ 2 ຝ່າຍ