ຫວຽດນາມເຂົ້າຮ່ວມກອງປະຊຸມວິສາຫະກິດ CLMV ຢູ່ອິນເດຍ

ຫວຽດນາມເຂົ້າຮ່ວມກອງປະຊຸມວິສາຫະກິດ CLMV ຢູ່ອິນເດຍ - ảnh 1
​ທ່ານ​ນາງ​ຮອງ​ປະທານຄະນະ​ກຳ​ມະການປະຊາຊົນນະຄອນ​ໂຮ່ຈີ໋ມິ​ນ ​ຫງວຽນທິຮົ່ງ
(ພາບ: Minh Lý/Vietnam+)

(vovworld) ໃນຂອບເຂດການຢ້ຽມຢາມແລະສຳຫຼວດຕົວຈິງຕະຫຼາດອິນເດຍ, ວັນ​ທີ 22/10, ຄະນະ​ຜູ້​ແທນ​ຄະນະ​ກຳ​ມະການປະຊາຊົນນະຄອນ​ໂຮ່ຈີ໋ມິ​ນ , ​ໂດຍ​ທ່ານ​ນາງ​ຮອງ​ປະທານຄະນະ​ກຳ​ມະການດັ່ງກ່າ​ວ ​ຫງວຽນທິຮົ່ງ ນຳ​ໜ້າ , ​ໄດ້​ເຂົ້າຮ່ວມ​ກອງປະຊຸມຄົບ​ຄະນະ “ກອງປະຊຸມວິ​ສາ​ຫະກິດກຳ​ປູ​ເຈຍ - ລາວ - ມຽນມາ - ຫວຽດນາມ” (CLMV) ຢູ່​ນະຄອນຫຼວງນິວ​ເດ​ລີ.

  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊູ​ມ, ທ່ານ​ນາງຫົວໜ້າຄະນະ​ຜູ້​ແທນ​ຫວຽດນາມ ຫງວຽນທິຮົ່ງ ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມ​ໃນການຈັດຕັ້ງກອງປະຊຸມວິ​ສາ​ຫະກິດ CLMV ຢູ່​ອິນ​ເດຍ​ໃນສະພາບ​ການ​​ພົວພັນ​ລະ​ຫວ່າງອາຊຽນ - ອິນ​ເດຍ​ຖືກ​ຍົກ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ນາງ ຫງວຽນທິຮົ່ງ ຢືນຢັນ​ວ່າ : ​ໂດຍ​ອິງ​​ໃສ່​ບັນດາ​ທ່າ​ດີ​ຕ່າງໆຄື : ທີ່​ຕັ້ງພູມ​ສາດ, ພື້ນຖານ​ໂຄງ​ລ່າງ​ແລະ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ອຸດົມສົມ​ບຸນ , ພິ​ເສດ​ແມ່ນ​ມີ​ສະຖຽນລະ​ພາບ​ດ້ານ​ການ​ເມືອງ - ສັງຄົມ, ນະຄອນ​ໂຮ່ຈີ໋ມິ​ນ​ໄດ້​ແລະ​ພວມກາ​ຍ​ເປັນ​ສະຖານ​ທີ່​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ສາກົນ , ​ໃນ​ນັ້ນ​ແມ່ນ​ບັນດາ​ນັກ​ລົງທຶນ​ອິນ​ເດຍ. ທ່ານ​ນາງ​ຮົ່ງກໍສະ​ເໜີວ່າ​ຈະ​ເຊີນ​ອິນ​ເດຍ​ເຂົ້າຮ່ວມ​ງານ​ຕະຫຼາດນັດ​ທ່ອງທ່ຽວປະຈຳປີ “5ປະ​ເທດ​ເປັນ,​ຈຸດ​ນັດ​ພົບດຽວ” ຢູ່​ນະຄອນ​ໂຮ່ຈີ໋ມິ​ນພ້ອມ​ກັບ​ບັນດາ​ປະ​ເທດ​ຄື : ລາວ , ກຳປູ​ເຈຍ, ມຽນມາ, ​ໄທ​ແລະ​ຫວຽດນາມ​ໃນ​ປີ 2014, ​ເພື່ອ​ຊຸກຍູ້ການ​ພັດທະນາ, ສ້າງ​ຜະລິດ​ຕະພັນ​ການທ່ອງທ່ຽວຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ປະ​ເທດ​ເປັນຫຼາຍຮູບຫຼາຍ​ແບບ.

ຂ່າວ/ບົດ​ອື່ນ