ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດບັນດານະຄອນໃນໂລກຄັ້ງທີິ7
ກອງປະຊຸມສຸດຍອດບັນດານະຄອນໃນໂລກຄັ້ງທີິ7
(ພາບ: TTXVN)
(vovworld) - ກອງປະຊຸມສຸດຍອດບັນດານະຄອນໃນໂລກຄັ້ງທີ 7 ຖືກໄຂຂຶ້ນຢູ່ປະເທດສິງກະໂປ ໃນຕອນຄ່່ຳວັນທີ 10/07 ຢ່າງເປັນທາງການ, ດ້ວຍການເຂົ້າຮ່ວມຂອງການນນຳ ແລະ ເຈົ້າຄອງນະຄອນກວ່າ 110 ທ່ານໃນທົ່ວໂລກ. ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ ມີຜູ້ຕາງໜ້າຂອງ 6 ແຂວງ, ນະຄອນຄື: ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ດ່ານັ້ງ, ແຄ໋ງຮ່ວາ, ກວາງງ້າຍ ແລະ ເທື່ອທຽນ - ເຫ້ວ. ດ້ວຍຫົວຂໍ້ວ່າ, “ນະຄອນເປັນໜ້າດຳລົງຊີວິດ ແລະ ໝັ້ນຄົງ: ກາລະໂອກາດໃຫ້ບັນດານະຄອນມີຫົວຄິດປະດິດສ້າງ”, ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາມາດຕະການແກ້ໄຂສິ່ງທ້າທາຍຂອງຕົວເມືອງຜ່ານບັນດາມາດຕະການແກ້ໄຂຢ່າງມີຫົວຄິດປະດິດສ້າງ ກໍຄືເຮັດແນວໃດເພື່ອໃຫ້ບັນດາວິວັດການ ແລະ ບັນດາເຄື່ອງມື ຄຸ້ມຄອງສາມາດນຳໃຊ້ໄດ້, ສ້າງເງື່ອນໄຂໃຫ້ບັນດາການປ່ຽນໃໝ່ ແລະ ພັດທະນາ, ເພື່ອແນໃສ່ສ້າງບັນດາກາລະໂອກາດໃຫ້ປະຊາຊົນ ກໍຄືພາກພື້ນເອກະຊົນພ້ອມກັນສ້າງບັນດາວິທີການແກ້ໄຂຕົວເມືອງຢ່າງມີຫົວຄິດປະດິດສ້າງ ແລະ ເຕົ້າໂຮມເພື່ອການດຳລົງຊີວິດໃນອະນາຄົດດີກວ່າ ແລະ ໝັ້ນຄົງກວ່າ. ໃນກອງປະຊຸມທີ່ດຳເນີນໃນລະຫວ່າງວັນທີ 11 – 14/07, ຄະນະຜູ້ແທນຫວຽດນາມ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ບາງວາລະປະຊຸມຄົບຄະນະ ກໍຄືຢູ່ບັນດາເວທີປາໄສໃນຂອບເຂດກອງປະຊຸມ.
ຢູ່ນອກກອງປະຊຸມ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ໄດ້ມີການພົບປະກັບທ່ານເຈົ້າຄອງນະຄອນ Seoul, ສ.ເກົາຫຼີ Park Won Soon ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ 2 ຝ່າຍ, ກໍຄືແລກປ່ຽນບາງເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ.