ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ2014
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເປັນປະທານຮ່ວມກອງປະຊຸມ
(vovworld) – ດ້ວຍຈຳນວນຜູ້ແທນກ່ວາ 1200 ຄົນທີ່ມາຈາກ 81 ປະເທດ, ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ 2014 ຖືກໄຂຂຶ້ນໃນວັນທີ 5/6 ຢູ່ນະຄອນຫຼວງ ປາຣີ, ປະເທດ ຝຣັ່ງ. ຄະນະຜູ້ແທນ ຫວຽດນາມ ລວມມີການນຳທີ່ດີເດັ່ນ 50 ຄົນໂດຍທ່ານນາງຮອງປະທານປະເທດ ຫງວຽນທິຢວານ ນຳໜ້າ, ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ພິທີໄຂກອງປະຊຸມໃນຖານະເປັນນັກປາຖະກະຖາຕົ້ນຕໍ່, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຕີລາຄາສູງຫົວຂໍ້ທີ່ປຶກສາຫາລືຢູ່ກອງປະຊຸມປີນີ້, ເນັ້ນໜັກວ່າ: ບັນດາສັງຄົມບໍ່ສາມາດພັດທະນາແບບຍືນຍົງໄດ້ຖ້າຫາກບໍ່ມີການເຂົ້າຮ່ວມຂອງແມ່ຍິງ ແລະ ບໍ່ສາມາດມີຄວາມສະເໝີພາບລະຫວ່າງ ຍິງ - ຊາຍໄດ້, ຖ້າຫາກບໍມີການເຂົ້າຮ່ວມຂອງທົ່ວສັງຄົມ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ກໍ່ຊີ້ແຈ້ງບັນດາຜົນງານສຳຄັນກ່ຽວກັບການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງແມ່ຍິງ ຫວຽດນາມ ເຂົ້າບັນດາຜົນງານດັ່ງກ່າວ, ພິເສດແມ່ນໃນວິວັດທະນາການສ້າງໂຄງປະກອບເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ.
ເມື່ອຕີລາຄາກ່ຽວກັບການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງ ຫວຽດນາມ, ພິເສດແມ່ນທີ່ກອງປະຊຸມຄັ້ງນີ້, ທ່ານນາງປະທານກອງປະຊຸມສຸດຍອດແມ່ຍິງທົ່ວໂລກ Irène Natividad, ໃຫ້ຮູ້ວ່າ:
“ແຕ່ປີ 2001, ຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມລ້າໆຢູ່ກອງປະຊຸມເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າ, ດ້ວຍຜູ້ນຳວິສາຫະກິດຫຼາຍຄົນ. ເມື່ອເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ສະແດງໃຫ້ທົ່ວໂລກເຂົ້າໃຈໄດ້ວ່າ: ຫວຽດນາມ ພວມພັດທະນາດີພໍສົມຄວນ ກໍ່ຄືບັນລຸໄດ້ບັນດາຄວາມຄືບໜ້າໃນການຊຸກຍູ້ບົດບາດຂອງແມ່ຍິງ”.