ຫວຽດນາມເຂົ້າຮ່ວມກອງປະຊຸມສປຊກ່ຽວກັບດ້ານການຄ້າແລະພັດທະນາຄັ້ງທີ14
ທ່ານ ຫວູກວາງມີງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ
ພາບ:baomoi.com
|
(vovworld)-
ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິນຸການກອງປະຊຸມ ສປຊ ກ່ຽວກັບດ້ານການຄ້າ ແລະ ພັດທະນາ ສປຊ (UNCTAD), ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫວູກວາງມີງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ນຳຫນ້າເຂົ້າຮ່ວມກອງປະຊຸມ ສປຊ ກ່ຽວກັບດ້ານການຄ້າ ແລະ ພັດທະນາຄັ້ງທີ 14 ຊື່ງຖືກຈັດຂຶ້ນແຕ່ວັນທີ 15-22/7 ຢູ່ Nairobi ປະເທດ Kenya.ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຄັ້ງທຳອິດຂອງກອງປະຊຸມ, ຫົວຫນ້າຄະນະຜູ້ແທນຫວຍດນາມ ໄດ້ແນະນຳບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ສືບຕໍ່ຍູ້ແຮງການປະຕິຮູບ, ເພີ່ມທະວີການເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ, ຊຸກຍູ້ການຫລຸດຜ່ອນຮົ້ວກີດຂວາງດ້ານການຄ້າ, ຍົກສູງກຳລັງຄວາມສາມາດຄຸ້ມຄອງຊາດ, ສ້າງສະພາບແວດລ້ອມແຫ່ງການລົງທຶນສະດວກເພື່ອດຶງດູດການລົງທຶນ ແລະ ຊຸກຍູ້ດ້ານການຄ້າສາກົນ. ບັນດາຄວາມມານະພະຍາຍາມຂອງລັດຖະບານ ພ້ອມກັບການຫນູນຊ່ວຍຂອງປະຊາຄົມສາກົນໄດ້ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການເຕີບໂຕເສດຖະກິດ, ຫລຸດຜ່ອນຄວາມອຶດຫິວທຸກຍາກ ແລະ ນຳຫວຽດນາມ ກາຍເປັນປະເທດມີລາຍຮັບປານກາງ ພ້ເມທັງເອົາໃຈໃສ່ເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບປະກັນຄວາມຍຸຕິທຳທາງສັງຄົມ. ຫວຽດນາມ ຮຽກຮ້ອງປະຊາຄົມສາກົນ ຮັກສາການຫນູນຊ່ວຍໃຫ້ບັນດາປະເທດມີລາຍຮັບປານກາງ ແລະ ບັນດາພື້ນຖານເສດຖະກິດຫັນປ່ຽນ.