(vovworld) - ວັນທີ 22/2, ກອງປະຊຸມປະຈຳປີຄັ້ງທີ 35 ສະພາບໍລິຫານກອງທຶນພັດທະນາກະສິກຳສາກົນ (ຫຼື IFAD) ດ້ວຍຫົວຂໍ້ວ່າ: “ປົກປັກຮັກສາໜ່ວຍໂລກ ເພື່ອການຍືນຍົງຄົງຕົວຂອງໜ່ວຍໂລກ” ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Roma ປະເທດ Italia. ຄະນະຜູ້ແທນຫວຽດນາມໂດຍທ່ານຮອງລັດຖະມົນຕີກະຊວງການເງິນ ເຈືອງຈີ໋ຈູງ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານປະທານ IFAD Kanayo F Nwanze ຖືວ່າ: ການພັດທະນາຊົນນະບົດຍາວນານ ແມ່ນຮູບແບບມີປະສິດທິຜົນທີ່ສຸດເພື່ອລົບລ້າງຄວາມອຶດຫິວ, ຫຼດຜ່ອນຄວາມທຸກຍາກ. ຕາງໜ້າໃຫ້ IFAD, ທ່ານ Nwanze ໃຫ້ຄຳໝັ້ນສັນຍາຈະນຳພົນລະເມືອງປະມານ 90 ລ້ານຄົນໃນທົ່ວໂລກຫຼຸດພົ້ນອອກຈາກຄວາມອຶດຫິວ, ທຸກຍາກ. ນອກນັ້ນ, ທ່ານເນັ້ນໜັກເຖິງບົດບາດສຳຄັນຂອງບັນດາຄອບຄົວຊາວກະສິກອນຜະລິດດ້ວຍຂອບຂະໜາດນ້ອຍໃນການປະກອບສ່ວນຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະ ຄ້ຳປະກັນດ້ານສະບຽບອາຫານ. ຕາງໜ້າໃຫ້ປະເທດເຈົ້າພາບ, ທ່ານນາຍົກລັດຖະມົນຕີ Italia Mario Monti ເນັ້ນໜັກເຖິງສາຍພົວພັນລະຫວ່າງການຄ້ຳປະກັນດ້ານສະບຽບອາຫານ ກັບ ຄວາມສະຫງົບປອດໄພໃນທົ່ວໂລກ ແລະ ອະນາຄົດຂອງໜ່ວຍໂລກ, ພ້ອມທັງຮຽກຮ້ອງຕ້ອງຖືການຄ້ຳປະກັນດ້ານສະບຽບອາຫານແມ່ນບຸລິມະສິດທາງການເມືອງຂອງທຸກໆປະເທດ.
ນັບແຕ່ປີ 1978 ມາຮອດປະຈຸບັນ, IFAD ໄດ້ລົງທຶນປະມານ 13,7 ຕື້ USDພາຍໃຕ້ຮູບການອຸປະຖຳ ແລະ ໃຫ້ກູ້ຢືມທຶນດ້ວຍອັດຕາດອກເບ້ຍຕ່ຳໃຫ້ບັນດາປະເທດພວມພັດທະນາ ເພື່ອຊ່ວຍປະຊາຊົນປະມານ 405 ລ້ານຄົນຫຼຸດພົ້ນອອກຈາກຄວາມອຶດຫິວ, ທຸກຍາກ. ຫວຽດນາມ ເປັນສະມາຊິກຂອງ IFAD ນັບແຕ່ປີ 1997, ປະຈຸບັນ, ອົງການນີ້ມີ 167 ສະມາຊິກ.