ຫວຽດນາມເຂົ້າຮ່ວມກອງປະຊຸມສະພາລວມສູນອາຊຽນ-ຈີນ

(VOVWORLD) -ໃນບົດບາດເປັນປະທານຮ່ວມສະພາລວມຂອງ ACC ໃນປີ 2020, ຫວຽດນາມ ຈະໜູນຊ່ວຍ ແລະ ສົມທົບກັບຈີນ, ບັນດາປະເທດອາຊຽນ ແລະ ຄະນະເລຂາອາຊຽນ ຢ່າງແໜ້ນແຟ້ນ

ຫວຽດນາມເຂົ້າຮ່ວມກອງປະຊຸມສະພາລວມສູນອາຊຽນ-ຈີນ - ảnh 1 ຜູ້ແທນເຂົ້າຮ່ວມກອງປະຊຸມ

(ພາບ: vietnam+)

ໃນທ້າຍອາທິດຜ່ານມາ, ຢູ່ ຊີອານ, ປະເທດຈີນ ໄດ້ດຳເນີນກອງປະຊຸມຄັ້ງທີ 9 ສະພາລວມຂອງສູນອາຊຽນ - ຈີນ (ACC). ນີ້ແມ່ນກອງປະຊຸມປະຈຳປີເພື່ອແນໃສ່ກວດກາຄືນ ແລະ ຕີລາຄາການຜັນຂະຫຍາຍບັນດາການເຄື່ອນໄຫວຂອງສູນອາຊຽນ - ຈີນ ໃນປີ 2019 ແລະ ຮັບຮອງເອົາແຜນການເຄື່ອນໄຫວປີ 2020.

        ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ເຈີ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ໄດ້ສະເໜີບັນດາຈຸດສຸມ ແລະ ບຸລິມະສິດຂອງຫວຽດນາມ ເພື່ອປະຕິບັດຫົວຂໍ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໃນອາຍຸການປະທານອາຊຽນ 2020. ໃນບົດບາດເປັນປະທານຮ່ວມສະພາລວມຂອງ ACC ໃນປີ 2020, ຫວຽດນາມ ຈະໜູນຊ່ວຍ ແລະ ສົມທົບກັບຈີນ, ບັນດາປະເທດອາຊຽນ ແລະ ຄະນະເລຂາອາຊຽນ ຢ່າງແໜ້ນແຟ້ນ, ເພື່ອຊຸກຍູ້ການປະຕິບັດບັນດາການເຄື່ອນໄຫວຂອງແຜນການວຽກງານປີ 2020 ຢ່າງມີປະສິດທິຜົນ ແລະ ບັນລຸຜົນສຳເລັດ, ແນໃສ່ຊຸກຍູ້ການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວ, ພົວພັນແລກປ່ຽນທາງດ້ານວັດທະນະທຳ ແລະ ປະຊາຊົນລະຫວ່າງບັນດາປະເທດອາຊຽນ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ