ຄະນະຜູ້ແທນ ຫວຽດນາມ ຢູ່ກອງປະຊຸມສະມາຊິກລັດຖະສະພາ AIPA
(ພາບ: KimDung-ChiGiap/vietnam+)
(vovworld) – ກອງປະຊຸມສະມາຊິກລັດຖະສະພາຍິງ AIPA (WAIPA) ດຳເນີນໃນວັນທີ 7/9, ກ່ອນກອງປະຊຸມຄະນະບໍລິຫານງານສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 36 ແລະ ວາລະປະຊຸມຄົບຄະນະ AIPA – 36. ຄະນະຜູ້ແທນ ຫວຽດນາມ ໂດຍຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ຫວຽດນາມ ທ່ານນາງ ຫງວຽນທຸ໋ຍແອງ ນຳໜ້າ. ທີ່ກອງປະຊຸມ, ບັນດາຜູ້ແທນສຸມໃສ່ປຶກສາຫາລື ແລະ ຮັບຮອງເອົາຮ່າງມະຕິກ່ຽວກັບຮອງຮັບໂຄງການດຳເນີນງານພັດທະນາຫລັງປີ 2015 ກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ຮ່າງມະຕິກ່ຽວກັບການຊຸກຍູ້ວັດທະນະທຳເຄົາລົບສິດຂອງແມ່ຍິງ ແລະ ເດັກຍິງ ມຸ່ງໄປເຖິງການພັດທະນາຢ່າງຮອບດ້ານ ແລະ ຮ່າງມະຕິກ່ຽວກັບການເພີ່ມທະວີຂອບເຂດນິຕິກຳລົບລ້າງການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກນ້ອຍໃນ ອາຊຽນ. ແລະໃນວັນດຽວກັນ, ໃນຂອບເຂກກອງປະຊຸມ WAIPA, ບັນດາຜູ້ແທນກໍເຂົ້າຮ່ວມການປະຊຸມເວທີປາໄສ ອາຊີ - ປາຊີຟິກກ່ຽວກັບແມ່ຍິງ, ກົດໝາຍ ແລະ ພັດທະນາ (APWLD).