ຫວຽດນາມເຂົ້າຮ່ວມກອງປະຊຸມສາກົນສະມັດຊາAICESISຢູ່ສະຫະພັນລັດເຊຍ

ຫວຽດນາມເຂົ້າຮ່ວມກອງປະຊຸມສາກົນສະມັດຊາAICESISຢູ່ສະຫະພັນລັດເຊຍ - ảnh 1
​ທ່ານ ຫວູຈ້ອງ​ກິມ ພົບ​ປະ​ກັບ​ທ່ານ​ Alexandr Bertralov
(ພາບ: VTV)


(vovworld) – ວັນ​ທີ 18/09, ຢູ່​ມ​ົດສະກູ, ຄະນະ​ຜູ​້​ແທນ​​ແນວ​ໂຮມ​ປ​ະ​ເທດ​ຊາດ​ຫວຽດນາມ ​ໂດຍ​ທ່ານ ຫວູຈ້ອງ​ກິມ, ຮອງ​ປະທານ, ທັງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເປັນ​ຫົວ​ໜ້າ​ຄະນະ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະ​ຖາ​ບັນ​ສັງຄົມ​ສະຫະພັນ​ລັດ​ເຊ​ຍ Alexandr Bertralov. ການ​ພົບ​ປະ​ດຳ​ເນີນ​ໄປ​ຢູ່​ນອກ​ກອງ​ປະຊຸມ​ສາກົນ​ປະຈຳ​ປີ ​ສະມັດຊາ​ສະຫະ​ສະມາຄົມສາກົນ​ບັນດາ​ສະພາ​ເສດຖະດກິດ, ສັງຄົມ ​ແລະ ບັນດາ​ອົງການ​ທຽບ​ເທົ່າ (AICESIS), ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມົດສະກູ, ປະ​ເທດ​ລັດ​ເຊ​ຍ ​ໃນ​ລະຫວ່າງ​ວັນ​ທີ 17 – 18/09. ທີ່​ການ​ພົບ​ປະ, ທ່ານ Bertralov ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ, ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ 2 ອົງການ​ເວົ້າ​ສະ​ເພ​າະ ​ແລະ 2 ປະ​ເທດ​ເວົ້າລວມ​ ຈະ​ນັບ​ມື້ນັບ​ພັດທ​ະນາ. ທ່ານ​ Bertralov ກໍໃຫ້​ຮູ້​ວ່າ, ລັດ​ເຊ​ຍ ພວມ​ມີ​​ແຜນ​ນະ​ໂຍບາຍ​ພັດທະນາ​ເຂດ​ຕາ​ເວັນ​ອອກ​ໄກ​ ​ແລະ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ລັດ​ເຊ​ຍ - ຫວຽດນາມ ຈະ​ເອົາ​ໃຈ​ໃສ່​​ເຖິງ​ແງ່​ມູມນີ້. ສ່ວນ​ທ່ານ ຫວູຈ້ອງ​ກິມ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ, 2 ອົງການ​ສັງຄົມ - ພົນລະ​ເຮືອນນີ້ຈະ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ກ້າວ​ເຂົ້າ​ສູ່​ບັນດາ​ເນື້ອ​ໃນ​ທີ່​ແທດ​ຈິງ.

ຂ່າວ/ບົດ​ອື່ນ