ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ອາຊຽນ-ອີຢູ

ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ອາຊຽນ-ອີຢູ - ảnh 1
ກອງປະຊຸມສຳມະນາຖືກຈັດຕັ້ງຢູ່ບຮຸກແຊນ
(ພາບ: Hương Giang/Vietnam+)


(vovworld) –  ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ລວມ​ໃນ​ສາຍ​ພົວພັນ​ລະຫວ່າງ ອາ​ຊຽນ - ອີ​ຢູ ຖືກ​ຈັດ​ຂຶ້ນ​ຢູ່ ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ​ແຕ່​ວັນ​ທີ 11 – 14/3. ກອງ​ປະຊຸມ​ສຳ​ມະ​ນາ​ໂດ​ຍອົງການ​ເຄື່ອ​ນ​ໄຫວ​ພົວພັນ​ຕ່າງປະ​ເທດ ​ເອີ​ລົບ (EEAS), ສະ​ຖາ​ບັນ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ເອີ​ລົບ ​ແລະ ກອງ​ບັນຊາ​ການ ອີ​ຢູ ສົມທົບ​ກັນ​ຈັດ​ຕັ້ງ​. ຫວຽດນາມ ​ເຂົ້າຮ່ວມ​ກອງປະຊຸມ​ສຳ​ມະ​ນາ​ດ້ວຍ​ຖານະ​ເປັນ​ປະ​ເທດ​ປະສານ​ງານ​ການ​ພົວພັນ ອາ​ຊຽນ - ອີ​ຢູ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ ພັນ​​ເອກ ຫວູວັນ​ແຄງ, ຮອງ​ຫົວ​ໜ້າ​ຄະນະ​ຄົ້ນ​ຄ້ວາ​ສາກ​ົນສັງ​ກັດ​ສາ​ຖະບັນ​ຍຸດ​ທະ​ສາດ​​ປ້ອງ​ກັນ​ປະ​ເທດ (ກະຊວງ​ປ້ອງ​ກັນ​ປະ​ເທດ ) ມີ​ບົດ​ກ່າວ​ປາ​ໄສ​ ກ່ຽວ​ກັບ​ທັດສະນະ​ຂອງ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ພັນ​​ເອກ ຫວູວັນ​ແຄງ ເນັ້ນໜັກວ່າ ສຳລັບບັນຫາທະເລຕາເວັນອອກ ຫວຽດນາມ ຍາມ​ໃດ​ກໍ່ມີ​ແຜນ​ນະ​ໂຍບາຍ​ຜ່ານ​ການ​ການ​ເຈລະຈາ ​ເພື່ອ​​ແກ້​ໄຂ​ການ​ພິດ​ພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982..​​. ຫວຽດນາມ ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ສະພາບ​ຂາດສະຖຽນ​ລະ​ພາບ​ຢູ່​ບາງ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​.​​..​

ຂ່າວ/ບົດ​ອື່ນ