ຫວຽດນາມເຂົ້າຮ່ວມກອງປະຊຸມຮ່ວມມືອິນເດຍແລະບັນດາປະເທດCLMVຄັ້ງທີ3

ຫວຽດນາມເຂົ້າຮ່ວມກອງປະຊຸມຮ່ວມມືອິນເດຍແລະບັນດາປະເທດCLMVຄັ້ງທີ3 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ອິນ​ເດຍ-CLMV
ພາບ:TTXVN
(vovworld)- ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ອິນ​ເດຍ ໄດ້​ສົມ​ທົບ​ກັບ​ສະ​ຫະ​ພັນ​ອຸດ​ສາ​ຫະ​ກຳ​ຂອງ​ປະ​ເທດນີ້ ໄດ້​ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ຮ່ວມ​ມື ອິນ​ເດຍ - ບັນ​ດາ​ປະ​ເທດ​ຄື: ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ (CLMV) ຄັ້ງ​ທີ 3 ແຕ່​ວັນ​ທີ 11-13/1 ຢູ່ ນະ​ຄອນ Chennai ລັດTamil Nadu ຂອ​ງ​ອິນ​ເດຍ. ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ ມີທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ຫງວຽນ​ເກີມ​ຕູຄະ​ນະ​ຜູ້​ແທນ​ຫວຽດ​ນາມ, ທ່ານ ໂຕນ​ຊີງ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອິນ​ເດຍ ພ້ອມ​ກັບ​ການ​ນຳ​ບັນ​ດາ​ແຂວງ ໄຕ​ນີງ, ຊອກ​ຈັງ, ຕຽນ​ຢາງ, ນີງ​ທ້ວນ, ກາ​ເມົາ…

ທີ່ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຫງວຽນ​ເກີມ​ຕູ ມີ​ບົດ​ກ່າວ​ປາ​ໄສ​ຢືນ​ຢັນ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ ເລື່ອງ ອິນ​ເດຍ​ຖື​ເປັນ​ສຳ​ຄັນ ແລະ ຖື ອາ​ຊຽນ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຈຸດ​ສຸມ​ໃນ​ນະ​ໂຍ​ບາຍ “ການ​ກະ​ທຳ​ມຸ່ງ​ໄປ​ເຖິງ​ທິດ​ຕ​າ​ເວັນ​ອອກ”. ຄຽງ​ຄູ່​ກັບ​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ ແລະ ອິນ​ເດຍ, ອິນ​ເດຍ ຍັງ​ເອົາ​ໃຈ​ໃສ່​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ​ກັບ​ບັນ​ດາ​ປະ​ເທດ CLMV ໃນ​ຂອບ​ເຂດ​ຮ່ວມ​ມື ແມ່​ຂອງ -ແມ່​ນ້ຳ…ທ່ານ ຫງວຽນ​ເກີມ​ຕູ ຍັງ​ເນັ້ນ​ຫນັກ​ວ່າ: ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພາກ​ພື້ນ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປ​ະ​ເທດ​ອະ​ນຸ​ພາກ​ພື້ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ບໍ່​ພຽງ​ແຕ່​ສຳ​ລັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ພາກ​ພື້ນ​ອີກ​ດ້ວຍ. ຫວຽດ​ນາມ ຍາມ​ໃດ​ກໍ​ສະ​ຫນັບ​ສະ​ຫນູນ​ບັນ​ດາ​ຂໍ້​ລິ​ເລີ່ມ, ຂໍ້​ສະ​ເຫນີ​ຂອງ​ອິນ​ເດຍ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອິນ​ເດຍ ແລະ ອາ​ຊຽນ.

 

ຂ່າວ/ບົດ​ອື່ນ