ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນ+3, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊີ​ຕາ​ເວັນ​ອອກ​ຢູ່​ປະ​ເທດ​ໄທ

(VOVWORLD) - ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM)  ລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມື, ຢູ່ບາງກອກ ປະເທດໄທນັ້ນ, ວັນທີ 30 ພຶດສະພາ, ທ່ານຫງວຽນກວັກຢຸ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ບັນດາປະເທດອາຊຽນ+3 ແລະ ບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS).
ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊຽນ+3, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ຊີ​ຕາ​ເວັນ​ອອກ​ຢູ່​ປະ​ເທດ​ໄທ - ảnh 1

ທ່ານຮອງລັດຖະມົນຕີຫງວຽນກວັກຢຸ້ງ

 (ພາບ: TTXVN )

    ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸ້ງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກອາຊຽນ+3 ແລະ  EAS ໃນການຊຸກຍູ້ການໂອ້ລົມສົນທະນາ ແລະ ຮ່ວມມື, ສ້າງໂຄງສ້າງພາກພື້ນເປີດກ້ວາງ, ຈະແຈ້ງ, ກວມລວມ ແລະ ອີງຕາມຂໍ້ກຳນົດກົດລະບຽບ, ປະກອບສວ່ນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ຮ່ວມມື, ພັດທະນາໃນພາກພື້ນ. ທ່ານຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມການຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືໃໝ່ໃນຂອບເຂດ EAS. ທ່ານຍັງໄດ້ແບ່ງປັນທັດສະນະຂອງປະເທດຕ່າງໆຢູ່ກອງປະຊຸມກ່ຽວກັບສະພາບການທະເລຕາເວັນອອກ, ແຫຼມເກົາຫຼີ, ລັດ Rakhine, ມຽນມາ. ຢືນຢັນຄືນໃໝ່ຫຼັກໝັ້ນ ແລະ ຫຼັກການຂອງອາຊຽນກ່ຽວກັບ ທະເລຕາເວັນອອກ ແລະ ຄຳໝັ້ນສັນຍາຂອງຫວຽດນາມ ຈະພ້ອມກັບບັນດາປະເທດອາຊຽນ, ຈີນ ຈະມານະພະຍາຍາມສ້າງກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ປະສິດທິພາບ.

 ຢູ່ນອກກອງປະຊຸມ, ທ່ານຮອງລັດຖະມົນຕີຫງວຽນກວັກຢຸ້ງ ໄດ້ມີການພົບປະສອງຝ່າຍກັບຜູ້ຕາງໜ້າບັນດາປະເທດອິນເດຍ, ສ ເກົາຫຼີ, ອົດສະຕາລີ, ນີວຊີແລນ, ການາດາ, ອາເມລິກາ ແລະ ສະຫະພາບເອີລົບ (EU).


ຕອບກັບ

ຂ່າວ/ບົດ​ອື່ນ