ຫວຽດນາມເຂົ້າຮ່ວມການສົນທະນາຂັ້ນສູງກ່ຽວກັບນະໂຍບາຍຢູ່ ECOSOC

ຫວຽດນາມເຂົ້າຮ່ວມການສົນທະນາຂັ້ນສູງກ່ຽວກັບນະໂຍບາຍຢູ່ ECOSOC - ảnh 1
ຫວຽດນາມເຂົ້າຮ່ວມການສົນທະນາຂັ້ນສູງ
ກ່ຽວກັບນະໂຍບາຍຢູ່ ECOSOC
(ພາບ: iisd.ca)

(vovworld)- ໃນ​ລະ​ຫວ່າງ ວັນ​ທີ 3-4/5/2016, ທ່ານ ດັ່ງ​ຮຸຍ​ດົງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລ​ະ ການ​ລົງ​ທຶນ ຫວຽດ​ນາມ ນຳ​ໜ້າ​ຄະ​ນະຜູ້​ແທນ ​ຫວຽດ​ນາມ ເຂ​ົ້​າ​ຮ່ວມການ​ສົນ​ທະ​ນາ​​ຂັ້ນ​ສູງ ຂອງສະ​ພາ​ເສດ​ຖະ​ກິດ ແລະ ສັງ​ຄົມ ​ສະ​ຫະ​ປະ​ຊາ​ຊາດ (ECOSOC) ກ່ຽວ​ກັບ​ການ​ປະ​ສານ​ສົມ​ທົບ​​ດ້ານ ນະ​ໂຍບາຍ ຢູ່ ສຳ​ນັກ​ງານ​ ສ​ປ​ຊ ຢູ່​ນະ​ຄອນຫຼວງ​ນີວຢອກ, ສະ​ຫະ​ລັດ​ອາ​ເມ​ລິ​ກາ. ກ່າວ​ຄວາມ​ເຫັນ ​ທີ່​ວາ​ລະ​ການ​ປຶກ​ສາ​ຫາ​ລື ບັນ​ຫາ​ສະ​ເພາະ​ກ່ຽວ​ກັບ “ຂອບ​ເຂດ​ລະ​ບອບ​ລະ​ບຽບການ ແລະ ການ​ສ້າງ​ນະ​ໂຍ​ບາຍ”, ທ່ານລັດ​ຖະ​ມົນ​ຕີ​ວ່າ​ການ ດັ່ງ​ຮຸຍ​ດົງ ເນັ້ນ​ໜັກ​ວ່າ: ການ​ປະ​ສານ​ສົມ​ທົບ ແລະ ປ່ຽນ​ແປງ​​ໃໝ່ນະ​ໂຍ​ບາຍ ແມ່ນ​ເພື່ອແນໃສ່​ຮ່ວມ​ແຮງ​ຮ່ວມ​ໃຈ​ ຜັນ​ຂະ​ຫຍາຍ​ໂຄງ​ການ​ດຳ​ເນ​ີນ​ງານ ພັດ​ທະ​ນາ​ລວມ ຂອງ​ທົ່ວ​ໂລກ ຊຶ່ງເປັນ​ສິ່ງ​ທ້າ​ທາຍ​ ທັງ​ເປັນ​ໂອ​ກາດ ສຳ​ລັບ​ທຸກ​ໆປະ​ເທດ, ມີ​ຄວາມ​ໝາຍ​ພິ​ເສດ ສຳ​ລັບ​ປະ​ເທດ​ ທີ​່​ຫາ​ກໍ່​ເຂົ້າ​ຮ່ວມ​ກຸ່ມ ບັນ​ດາ​ປ​ະ​ເທດ​ມີ​ລາຍ​ຮັບ​ປານ​ກາງ ຕ່ຳ​ຄື​ຫວຽດ​ນາມ. ເພື່ອ​ຫັນ​ເປັນ​ການ​ປ​ະ​ຕິ​ບັດ​ ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDG) ຂອງ ສ​ປ​ຊ ຢູ່​ຫວຽດ​ນາມ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງນັ້ນ, ລັດ​ຖະ​ບານ​ຫວຽດ​ນາມ ກຳ​ລັງ​ສ້າງ​ແຜນ​ສັງ​ລວມ ເພື່ອປະ​​ຕິ​ບັດ SDG ຢູ່ ຫວຽດ​ນາມ, ທ່ານລັດ​ຖະ​ມົນ​ຕີ​ວ່າ​ການ ດັ່ງ​ຮຸຍ​ດົງ  ກໍ່​ແບ່ງ​ປັນ​ຂໍ້​ມູນ ແລະ ບົດ​ຮຽນ ຂອງ​ຫວຽດ​ນາມຫຼາຍ​ຢ່າງ ໃນ​ການລົບ​ລ້າງ​ຄວາມ​ອຶດ​ຫີວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສ້າງ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ, ສ້າງ​ລະ​ບົບ​ໜູນ​ຊ່ວຍ​ຊີ​ວິດ​ສັງ​ຄົມ​ໃຫ້​ສົມ​ບູນ​ແບບ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ອອກ​ແຮງ​ງານ.

ຂ່າວ/ບົດ​ອື່ນ