ຫວຽດນາມເຂົ້າຮ່ວມການເສັງສີມືແຮງງານອາຊຽນຄັ້ງທີ10/2014
ທ່ານນາງ ຟ້າມທິຫາຍຈ໋ວຽນ ກ່າວຄຳເຫັນທີ່ພິທີ
(ພາບ: baodautu.vn)
(vovworld) – ຫວຽດນາມ ເຂົ້າຮ່ວມການເສັງສີມືແຮງງານອາຊຽນຄັ້ງທີ 10/2014, ຄະນະຜູ້ແທນ ຫວຽດນາມ ມີສະມາຊິກທາງການ 112 ຄົນ, ໃນນັ້ນມີນັກສອບເສັງ 51 ຄົນ, ນັກຽຊ່ວຊານເຕັກນິກ 33 ຄົນເຊິ່ງແມ່ນກຳມະການຂອງ 25 ອາຊີບ. ໃນການເສັງຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ຈົດທະບຽນສອບເສັງທັງໝົດ 25 ອາຊີບ. ກ່າວຄຳເຫັນທີ່ພິທີອອກເດີນທາງໃນຕອນບ່າຍວັນທີ 17/10, ຢູ່ຮ່າໂນ້ຍ, ທ່ານນາງ ຟ້າມທິຫາຍຈ໋ວຽນ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ວ່າ:
“ການເສັງສີມືແຮງງານ ອາຊຽນ ແມ່ນການທ້າທາຍຫຼາຍຢ່າງ, ເຕົ້າໂຮມນັກສອບເສັງທີ່ມາຈາກບັນດາປະເທດເຂັ້ມແຂງກ່ຽວກັບການບຳລຸງສ້າງ ແລະ ພັດທະນາທັກສະອາຊີບໃນພາກພື້ນທີ່ສຸດ, ມີຄົນງານໜຸ່ມຫຼາຍຄົນມີສີມືດີສິ່ງດັ່ງກ່າວ, ຮຽກຮ້ອງໃຫ້ນັກສອບເສັງແຕ່ລະຄົນ, ນັກຊ່ຽວຊານ ແລະ ສະມາຊິກທັງໝົດຂອງຄະນະຕ້ອງສູ້ຊົນເພື່ອບັນລຸໄດ້ໝາກຜົນສູງສຸດ. ລຸ້ນໜຸ່ມ ຫວຽດນາມ ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ດ້ວຍຄວາມເກັ່ງກ້າສາມາດ, ຄວາມສະຫຼາດສະຫຼຽວ ແລະ ຄວາມຕັດສິນໃຈຂອງທົ່ວຄະນະນັ້ນ, ເຊື່ອໝັ້ນວ່າພວກເພື່ອນຈະບັນລຸຜົນສຳເລັດ.”
ການເສັງສີມືແຮງງານ ອາຊຽນ ຄັ້ງທີ 10 ຖືກດຳເນີນໄປຢູ່ ຫວຽດນາມ ແຕ່ວັນທີ 19 – 19/10. ມາຮອດຈຸດເວລານີ້, ວຽກງານພາລະທິການ, ຕ້ອນຮັບບັນດາຜູ້ແທນສາກົນໄດ້ຮັບການກະກຽມຢ່າງຮຽບຮ້ອຍໃຫ້ແກ່ການເສັງທີ່ດຳເນີນໃນເວລາ 11 ນີ້.