ຫວຽດນາມເຂົ້າຮ່ວມງານຕະຫລາດນັດເຄື່ອງສິລະປະຫັດຖະກຳMERCOSUR

ຫວຽດນາມເຂົ້າຮ່ວມງານຕະຫລາດນັດເຄື່ອງສິລະປະຫັດຖະກຳMERCOSUR - ảnh 1
(ພາບປະກອບ)

(vovworld) –​ ສະຖານທູດ ຫວຽດນາມ ປະຈຳ ອັກຊັງຕີນ ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ເຄື່ອງ​ສິລະ​ປະ​ຫັດຖະກຳ ກຸ່ມ​ຕະຫລາດ​ລວມ ອາ​ເມ​ລິ​ກາ​ໃຕ້ (MERCOSUR) ຄັ້ງ​ທີ 5, ​ຊຶ່ງ​ດຳ​ເນີນແຕ່ວັນ​ທີ 7 – 12/10 ຢູ່​ນະຄອນ Iguazu, ພາກ​ເໜືອ ອັກຊັງຕີນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ຕະຫລາດນັດ​ເຄື່ອງ​ສິລະ​ປະ​ຫັດຖະກຳ​ໃຫຍ່ ​ໂດຍ​ກອງ​ທຶນ​ສິລະ​ປະ​ຫັດຖະກຳ​ແຂວງ Misiones ສົມທົບ​ກັບ​ສະພາ​ລົງທຶນ​ສະຫະພັນ ອັກຊັງຕີນ (CFI) ຈັດ​ຕັ້ງ​​ໃນ​ແຕ່ລະປີ. ​ເພື່ອນ​ມິດ ອັກຊັງຕີນ ກໍ​ຄື​ສາກົນ​ເອົາ​ໃຈ​ໃສ່ ​ເຖິງ​ບັນດາ​ຜະລິດ​ຕະພັນ ​ເຄື່ອງ​ສິລະ​ປະ​ຫັດຖະກຳ​ທີ່​ເປັນເອກະລັກ​ສະ​ເພາະຂອງ ຫວຽດນາມ. ການ​ເຂົ້າ​ຮ່ວມຂອງ ຫວຽດນາມ ຢູ່​ງານ​ຕະຫລາດນັດ​ຄັ້ງນີ້ ສືບ​ຕໍ່​ໄດ້​ຮັບ​ການ​ສົນ​ໃຈ​ຈາກ​ສື່​ມວນ​ຊົນ​ທ້ອງ​ຖິ່ນ ​ແລະ ຜູ້​ເຂົ້າຊົມ​ງານ​ຕະຫລາດນັດ. ປີ​ນີ້, ງານ​ຕະຫລາດນັດ​ມີ​ຮ້ານ​ວາງສະ​ແດງ​ປະມານ 250 ຮ້ານ, ດ້ວຍ​ບັນດາ​ຜະລິດ​ຕະພັນ​ທີ່ນຳ​ມາ​ຈາກ ບຣາຊີ​ນ, ​ໂບລີ​ວີ, ​ເອກ​ວາ​ດໍ, ປາຣາກວາ​ຍ, ​ເປຣູ, ອັກຊັງຕີນ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ