(vovworld) - ງານຕະຫຼາດນັດການຄ້າສາກົນອາຟະລິກາໃຕ້ (SAITEX) ຄັ້ງທີ 23 ຖືກດຳເນີນໃນລະຫວ່າງວັນທີ 19 - 21/06, ຢູ່ນະຄອນ Johannesburg, ປະເທດອາຟະລິກາໃຕ້. ງານຕະຫຼາດນັດ SAITEX ຄັ້ງນີ້ໂດຍມີການເຂົ້າຮ່ວມຂອງວິສາຫະກິດ 700 ແຫ່ງ ທີ່ມາຈາກ ກວ່າ 30 ປະເທດຂຶ້ນກັບອາຟະລິກາ, ເອີລົບ ແລະ ອາຊີ. ຄະນະວິສາຫະກິດຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ ໄດ້ແນະນຳບັນດາຜະລິດຕະພັນທີ່ດີເດັ່ນຫຼາຍປະເພດ. ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາຟະລິກາໃຕ້ ເລຮຸຍຮ່ວາງ ແລ້ວ, ນີ້ແມ່ນກາລະໂອກາດເພື່ອແນະນຳເຖິງລູກຄ້າອາຟະລິກາໃຕ້ ບັນດາຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ມີຄວາມສາມາດແກ່ງແຍ້ງເປັນຢ່າງດີຂອງຫວຽດນາມ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ, ດ້ວຍຄວາມມານະພະຍາຍາມຕັດສິນໃຈຂອງບັນດາວິສາຫະກິດ, ແນ່ນອນວ່າ, ໃນໄລຍະຈະມາເຖິງ ສິນຄ້າຂອງຮ່າໂນ້ຍ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ຈະມີເງື່ອນໄຂແຊກຊຶມເຂົ້າຕະຫຼາດອາຟະລິກາໃຕ້ ເປັນຢ່າງດີກວ່າ.