ຫວຽດນາມເຂົ້າຮ່ວມງານຕະຫຼາດນັດສາກົນ FACIM - ໂມຊຳບິກ

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດສາກົນ FACIM - ໂມຊຳບິກ - ảnh 1
ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ສາກົນ FACIM - ​ໂມ​ຊຳ​ບິ​ກ
(ພາບ: baochinhphu.vn)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 31/08 – 06/09, ຢູ່​ນະຄອນຫຼວງ Maputo, ​ໄດ້​ຈັດ​ງານ​ຕະຫຼາດ​ນັດ FACIM - ​ໂມ​ຊຳ​ບິ​ກ ​ໂດ​ຍອົງການ​ສົ່ງ​ເສີມ​ກາ​ນສົ່ງ​ອອກໂມ​ຊຳ​ບິ​ກ (IPEX) ຈັດ​ຕັ້ງ. ນີ້​ແມ່ນ​ງານ​ຕະຫຼາດ​ຍນັດ​ສາກົນ​ ມີ​ຂອບ​ຂະໜາດ​ໃຫຍ່​ທີ່​ສຸດ​ຢູ່ ໂມ​ຊຳ​ບິ​ກ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 680 ວິ​ສາ​ຫະກິດ ທີ່​ມາ​ຈາກ 31 ປະ​ເທດ ​ແລະ ວິ​ສາ​ຫະກິດ​ປະມານ 1.900 ວິ​ສາ​ຫະກິ​ດ ທີ່​ມາ​ຈາກ​ບັນດາ​ແຂວງ, ນະຄອນ​ຂອງໂມ​ຊຳ​ບິ​ກ. ທີ່ FACIM 2015 ນີ້, ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ສະຖານ​ທູດ​ຫວຽດນາມ​ ປະຈຳ ໂມ​ຊຳ​ບິ​ກ, ​ເປັນ​ຄັ້ງ​ທຳ​ອິດ​ ຮ້ານວາງສະ​ແດງ​ຂອງ​ຫວຽດນາມ, ດ້ວຍ​ບັນດາ​ຜະລິດ​ຕະພັນ​ໃຊ້​ສອຍ ​ໂດຍບໍລິສັດ​ໃຫຍ່​ການ​ຄ້າ​​ຮ່າ​ໂນ້ຍ (HAPRO) ​ເປັນ​ເຈົ້າ​ພາບ​ແນະນຳ ​ແລະ ​​ໂຄສະນາ.

        ​ເລື່ອງ​ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ຄັ້ງ​ນີ້​ມີ​ຄວາມຫຼາຍ​ຢ່າງ​ໃນ​ການ​ສຳ​ພັດ ​ແລະ ຂຸດ​ຄົ້ນ​ຕະຫຼາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ນີ້ ຢູ່ ພາກ​ໃຕ​້ Sahara, ​​ເຂດ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດກ່ຽວ​ກັບ​ເສດ​ຖະກິດ​ຢູ່ ໂມ​ຊຳ​ບິ​ກ.

ຂ່າວ/ບົດ​ອື່ນ