ຫວຽດນາມເຂົ້າຮ່ວມງານບຸນລະດູບານໃຫມ່ຢູ່ບຣຸກແຊນ

(VOVWORLD)-ວັນທີ 6/5, ສະຫະສະມາຄົມແມ່ຍິງ ອາຊີ ປາຊີຟີກ ໄດ້ສົມທົບກັບ ສະຖານທູດ ອິນໂດເນເຊຍ ປະຈຳ ແບນຊິກ ຈັດຕັ້ງເຫດການງານບຸນລະດູບານໃຫມ່ ໂດຍມີການເຂົ້າຮ່ວມຂອງແມ່ຍິງ ມາຈາກສະຖານທູດຂອງ 17 ປະເທດ ຢູ່ ນະຄອນຫລວງ ບຣຸກແຊນ, ໃນນັ້ນມີຫວຽດນາມ. 
ຫວຽດນາມເຂົ້າຮ່ວມງານບຸນລະດູບານໃຫມ່ຢູ່ບຣຸກແຊນ - ảnh 1 ຄະນະຫວຽດນາມເຂົ້າຮ່ວມງານບຸນດ້ວຍການເດີນແບບຊຸດເສື້ອຍາວ

ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມງານບຸນ ດ້ວຍລາຍການເດີນແບບຊຸດເສື້ອຍາວ ໄດ້ສ້າງດຶງດູດໃຈຜູ້ຊົມ ແລະ ຄວາມເປັນເອກະລັກສະເພາະໃນງານບຸນນີ້. ຮ້ານວາງສະແດງ 2 ຮ້ານຂອງສະຖານທູດຫວຽດນາມ, ນອກຈາກວາງສະແດງເຄື່ອງສິລະປະຫັດຖະກຳຫລາຍປະເພດແລ້ວ ຍັງມີຮ້ານອາຫານການກິນ ຊື່ງໄດ້ແນະນຳບັນດາເຍື່ອງອາຫານພື້ນເມືອງເຂັ້ມຂັ້ນໄປດ້ວຍສີສັນຂອງຫວຽດນາມ ອັນໄດ້ສ້າງຄວາມປະທັບໃຈໃຫ້ແຂກມາຮ່ວມເປັນຈຳນວນຫລວງຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ