ຫວຽດນາມເຂົ້າຮ່ວມງານບຸນວັດທະນະທຳບັນດາເຜົ່າສ່ວນໜ້ອຍທົ່ວສ.ເຊັກໂກ 2017

(VOVWORLD) -ງານບຸນວັດທະນະທຳບັນດາເຜົ່າສ່ວນໜ້ອຍທົ່ວສ.ເຊັກໂກ ຄັ້ງທີ 19 ຖືກໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 27 ພຶດສະພາ, ຢູ່ນະຄອນຫຼວງ Praha, ໄດ້ດຶງດູດການເຂົ້າຮ່ວມຂອງບັນດາສະມາຄົມຊາວຕ່າງປະເທດອາໄລຢູ່ສ.ເຊັກໄກ, ໃນນັ້ນມີຫວຽດນາມ. 

ຫວຽດນາມເຂົ້າຮ່ວມງານບຸນວັດທະນະທຳບັນດາເຜົ່າສ່ວນໜ້ອຍທົ່ວສ.ເຊັກໂກ 2017 - ảnh 1 (ຫວຽດນາມເຂົ້າຮ່ວມງານບຸນ

ວັດທະນະທຳບັນດາເຜົ່າສ່ວນໜ້ອຍທົ່ວສ.ເຊັກໂກ 2017)

ງານບຸນປີ 2017 ມີຫົວຂໍ້ວ່າ “Praha - ຫົວໃຈຂອງບັນດາຊົນເຜົ່າ”, ຄະນະຈັດຕັ້ງໄດ້ຕ້ອນຮັບປະຊາຄົມບັນດາເຜົ່າທີ່ມາຈາກເອີລົບ, ອາຊີ, ອາຟະລິກາ ແລະ ທະວີບອາເມລິກາ. ທີ່ເວທີສະແດງຕົ້ນຕໍ່ຂອງງານບຸນ, ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມການສະແດງຊຸດອາພອນປະຈຳຊາດ, ການຮ້ອງລຳທຳເພງ…

        ງານບຸນວັດທະນະທຳບັນດາເຜົ່າສ່ວນໜ້ອຍທົ່ວສ.ເຊັກໂກ ແມ່ນເພື່ອແນໃສ່ເຊີດຊູຄຸນຄ່າວັດທະນະທຳ, ຊຸກຍູ້ການພົບປະແລກປ່ຽນ ແລະ ເພີ່ມທະວີຄວາມສາມັກຄີລະຫວ່າງບັນດາເຜົ່າສ່ວນໜ້ອຍຂອງປະເທດຕ່າງໆທີ່ພວມດຳລົງຊີວິດຢູ່ສ.ເຊັກໂກ.

ຕອບກັບ

ຂ່າວ/ບົດ​ອື່ນ