(vovworld) – ແຕ່ວັນທີ 13 – 15/11, ງານພົບປະສາກົນຄັ້ງທີ 16 ບັນດາພັກກອມມູນິດ ແລະ ກຳມະກອນໄດ້ຈັດຕັ້ງຢູ່ Ecuado ດ້ວຍຫົວຂໍ້ “ບົດບາດຂອງບັນດາພັກກອມມູນິດ ແລະ ກຳມະກອນໃນການຕໍ່ຕ້ານສູ້ກົດຂີ່ຂູດຮີດຂອງລັດທິຈັກກະພັດ, ລັດທຶນນິຍົມ - ເຊິ່ງແມ່ນສາຍເຫດກໍ່ໃຫ້ເກີດວິກິດການ, ສົງຄາມ ແລະ ລະດົມກຳລັງໃຈບັນດາກຳລັງຟາດຊິດ, ລັດທິຕ້ານຄືນບັນດາສິດຂອງຊາວຜູ້ອອກແຮງງານ ແລະ ປະຊາຊົນ, ພາລະກິດປົດປ່ອຍສັງຄົມ ແລະ ຊົນຊາດ, ການພັດທະນາຂອງການຕໍ່ສູ້ຊົນຊັ້ນ ແລະ ລັດທິສັງຄົມ”. ເຂົ້າຮ່ວມການພົບປະຄັ້ງນີ້ມີຜູ້ແທນຂອງ 53 ພັກຝ່າຍທີ່ມາຈາກ 42 ປະເທດຂຶ້ນກັບບັນດາທະວີບໃນໂລກ. ບັນດາຜູ້ແທນສຸມໃສ່ປຶກສາຫາລືກ່ຽວກັບສະພາບການໂລກ, ກ່ຽວກັບການຜັນແປຫຼ້າສຸດໃນໂລກ, ກ່ຽວກັບການຕໍ່ສູ້ຂອງບັນດາພັກກອມມູນິດ, ກຳມະກອນ ແລະ ປະຊາຊົນຢູ່ບັນດາປະເທດ ແລະ ກ່ຽວກັບບັນດາມາດຕະການເພີ່ມທະວີການສົມທົບກັນເຄື່ອນໄຫວລະຫວ່າງບັນດາພັກຝ່າຍໃນໄລຍະຈະມາເຖິງ.
ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ເຈີ່ນດັກເລີ້ຍ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກນຳໜ້າ, ເຂົ້າຮ່ວມງານພົບປະ. ໃນການຕ້ອນຮັບຄະນະ, ທ່ານເລຂາທິການໃຫຍ່ພັກກອມມູນິດ Ecuado Winston Alarcon ຕີລາຄາສູງການປະກອບສ່ວນຂອງຄະນະຜູ້ແທນພັກກອມມູນິດ ຫວຽດນາມ ທີ່ການພົບປະ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບພັກກອມມູນິດ ຫວຽດນາມ ໃນໄລຍະຈະມາເຖິງກ່ວາອີກ.