(vovworld) – ຮູບເງົາ “ເມົາມົວ” ຂອງຜູ້ກຳກັບ ຟີຕຽນເຊີນ ຈະຕ່າງໜ້າໃຫ້ຫວຽດນາມ ເຂົ້າຮ່ວມງານມະໂຫລານຮູບເງົາອາຊຽນຄັ້ງທີ 4, ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ Praha, ສ.ເຊັກໂກ ໃນກາງເດືອນ 09 ຈະມາເຖິງ. ວັນທີ 26/08, ກ່າວຄຳເຫັນທີ່ກອງປະຊຸມຂ່າວສາກົນ ແນະນຳງານມະໂຫລານຮູບເງົາຄັ້ງນີ້ ຢູ່ນະຄອນຫຼວງ Praha, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ຊັກໂກ ເຈືອງແມ້ງເຊີນ ໃຫ້ຮູ້ວ່າ.
“ປີນີ້ພວກຂ້າພະເຈົ້າຄັດເລືອກຮູບເງົາ “ເມົາມົວ” ເພື່ອສ່ອງແສງກ່ຽວກັບລຸ້ນໜຸ່ມຫວຽດນາມ ໃນການເຊື່ອມໂຍງ ແລະ ການເກ້ຍກ່ອມຂອງສັງຄົມທັນສະໄໝ. ຕໍ່ໜ້າການເກ້ຍກ່ອມໃນຊີວິດນັ້ນ, ເຂົ້າເຈົ້າຈະກຳນົດທິດຄືແນວໃດ ແລະ ຈະດຳລົງຊີວິດສູ້ຊົນໃຫ້ອະນາຄົດຂອງຕົນຄືແນວໃດ. ພວກຂ້າພະເຈົ້າເລືອກຫົວຂໍ້ໃໝ່ດ້ວຍຫວັງເຮັດໃຫ້ມະຫາຊົນ ຊັກໂກ ມີຕວາມເຂົ້າໃຈຕື່ມກ່ຽວກັບປະເທດຫວຽດນາມ ທີ່ຮັກຫອມສັນຕິພາບ, ເຊື່ອມໂຍງເຂົ້າກັບສາກົນ ເພື່ອສ້າງສາປະເທດຊາດ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ.”
ນອກຈາກຫວຽດນາມ, ມາເລເຊຍ, ຟິລິບປີນ, ອິນໂດເນເຊຍ ແລະ ໄທ ກໍຈະແນະນຳຮູບເງົາດີເດັ່ນຂອງຕົນຂອງຕົນຢູ່ງານມະໂຫລານຮູບເງົາອາຊຽນ ຄັ້ງນີ້.