ຫວຽດນາມເຂົ້າຮ່ວມງານວາງສະແດງແລະກອງປະຊຸມເຄື່ອງອຸປະກອນປ້ອງກັນຄວາມປອດໄພອາຊີຢູ່ມາເລເຊຍ

ຫວຽດນາມເຂົ້າຮ່ວມງານວາງສະແດງແລະກອງປະຊຸມເຄື່ອງອຸປະກອນປ້ອງກັນຄວາມປອດໄພອາຊີຢູ່ມາເລເຊຍ - ảnh 1
ຫວຽດນາມເຂົ້າຮ່ວມງານວາງສະແດງແລະກອງປະຊຸມ
ເຄື່ອງອຸປະກອນປ້ອງກັນຄວາມປອດໄພອາຊີຢູ່ມາເລເຊຍ
(ພາບ: Vietnam+)


(vovworld) – ວັນ​ທີ 21/10, ຄະນະ​ຜູ້​ແທນ​ຂະ​ແໜງ​ຕຳຫຼວດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ບາງ​ປະ​ເທດ​ໃນ​ພາກພື້ນອາຊີ - ປາຊີ​ຟິກ ​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ ​ແລະ ກອງ​ປະຊຸມ​​ເຄື່ອງອຸປະ​ກອນປ້ອງ​ກັນຄວາມ​ປອດ​ໄພອາຊີ ຄັ້ງ​ທີ 4 (GPEC Asia 2015), ຢູ່​ນະຄອນຫຼວງ ກົວ​ລາ​ລຳ​​ເປີ, ປະ​ເທດ​ມາ​ເລ​ເຊຍ. GPEC Asia 2015 ​ແມ່ນ​ເຫດການລະດັບ​ສາກົນ ​ໃນ​ບັນດາ​ຂົງ​ເຂດ​ຕຳຫຼວດ ​ແລະ ປ້ອງ​ກັນຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ, ​ແມ່ນ​ເວທີ​ປາ​ໄສ​ສຳຄັນ​ເພື່ອ​​ໃຫ້ນັກ​ຊ່ຽວຊານ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ພົບ​ປະ, ​ແລກປ່ຽນ​ດ້ານ​ວິຊາສະ​ເພາະ, ​ແນວ​ຄິດ, ​ແບ່ງປັນ​ບົດຮຽນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ກໍ​ຄື​ຮັບ​ມື​ກັບ​​ໄພ​ນາບ​ຂູ່​ກໍ່​ການ​ຮ້າຍ. ມີ​ກວ່າ 300 ບໍລິສັດ​ທີ່​ມາ​ຈາກ​ເກ​ືອບ 20 ປະ​ເທດ​ໃນ​​ໂລກ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ ​ແລະ ​​ແນະ​ນຳ​ບັນດາ​ຜະລິດ​ຕະພັນ, ​​ເຄື່ອງອຸປະ​ກອນ ​ແລະ ຕັກ​ໂນ​ໂລ​ຊີການ​ປ້ອງ​ກັຮ​ຄວາມ​ປອດ​ໄພ​ໃໝ່ທີ່​ກ​້າວໜ້າ ​ແລະ ທັນ​ສະ​ໄໝ​ທີ່ GPEC 2015.

      ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ພົນ​ຕີ ບຸ​ຍວັນ​ແທ່ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ນຳ​ໜ້າ, ​ເຂົ້າ​ຮ່ວມ​ເຫດການ​ຄັ້ງ​ນີ້. ​ໃນຂອບ​ເຂດ​ງານ​ວາງ​ສະ​ແດງ ​ແລະ ກອງ​ປະຊຸມ​ແຕ່​ວັນ​ທີ 21 – 23/10, ຄະນະ​ຜູ້​ແທນ​ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​​ປະ​ເທດຕ່າງໆ ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ປ້ອງ​ກັນ​ຄວາມ​ສະ​ຫງົບສາກົນ Putrajaya...

ຂ່າວ/ບົດ​ອື່ນ