ຫວຽດນາມເຂົ້າຮ່ວມປຶກສາຫາລືທີ່ສະຫະປະຊາຊາດ
ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈູງ
ພາບ:internet
|
(vovworld)- ກ່າວຄຳເຫັນທີ່ບັນດາເວທີປາໄສຂອງຄະນະກຳມະການກ່ຽວກັບບັນຫາວັດທະນະທຳ, ສັງຄົມ ແລະ ສິດທິມະນຸດຂອງສະຫະປະຊາຊາດ ຊື່ງດຳເນີນໄປໃນວັນທີ 7 ແລະ 8/10, ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈູງ, ຫົວຫນ້າຄະນະຜູ້ແທນ ຫວຽດນາມ ຢູ່ ສປຊ ໄດ້ເນັ້ນຫນັກວ່າ: ໃນສະພາບໃກ້ຈະຮອດກຳນົດເວລາສຳເລັດບັນດາເປົ້າໝາຍສະຫັດສະວັດ ແລະ ປະຊາຄົມໂລກພວມໃນວິວັດການສ້າງໂຄງການດຳເນີນງານພັດທະນາຫລັງປີ 2015, ເລື່ອງມີບັນດາມາດຕະການແກ້ໄຂບັນຫາຫວ່າງງານ, ສະພາບຂາດຄວາມສະເຫມີພາບໃນສັງຄົມ, ຮັບປະກັນການພັດທະນາແບບຍືນຍົງ ແລະ ອຸປະກະລະສັງຄົມນັບມື້ນັບມີຄວາມຈຳເປັນ. ທ່ານເອກອັກຄະລັດຖະທູດເລຮ່ວາຍຈູງ ກໍຍົກໃຫ້ເຫັນບັນດາຜົນງານຊື່ງຫວຽດນາມບັນລຸໄດ້ໃນການຊຸກຍູ້ ແລະ ຮັບປະກັນສິດຂອງຄົນພິການ, ຜູ້ອາຍຸສູງ ແລະ ບັນດາຄວາມມານະພະຍາຍາມສ້າງວຽກເຮັດງານທຳໃຫ້ແກ່ຊາວຫນຸ່ມ. ທ່ານເອກອັກຄະລັດຖະທູດເລຮ່ວາຍຈູງ ກໍໄດ້ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມໃນການຮ່ວມມືກັບປະຊາຄົມສາກົນ ປະຕິບັດຖະແຫລງການ ແລະ ໂຄງການການເຄື່ອນໄຫວຂອງກອງປະຊຸມສຸດຍອດທົ່ວໂລກກ່ຽວກັບການພັດທະນາສັງຄົມປີ 1995 ຢູ່ Copenhagen ປະເທດດານມາກ ຢ່າງຄົບຖ້ວນ. ທີ່ວາລະປຶກສາຫາລື, ບັນດາປະເທດກໍເນັ້ນຫນັກເຖິງບົດບາດທີ່ຂາດບໍ່ໄດ້ຂອງບັນດາໂຄງການຮ່ວມມືສາກົນຄື: ການຮ່ວມມື Nam - Nam, ການຮ່ວມມືສາມຝ່າຍ, ຮຽກຮ້ອງບັນດາປະເທດເພີ່ມທະວີມາດຕະການຕ່າງໆເພື່ອຫນູນຊ່ວຍບັນດາປະເທດພວມພັດທະນາ.