ຫວຽດນາມເຂົ້າຮ່ວມພິ​ທີ​ສະ​ເຫລີມ​ສະ​ຫລອງວັນ ພາສາຝລັ່ງ​ສາ​ກົນ

ຫວຽດນາມເຂົ້າຮ່ວມພິ​ທີ​ສະ​ເຫລີມ​ສະ​ຫລອງວັນ ພາສາຝລັ່ງ​ສາ​ກົນ - ảnh 1
ທ່ານ ຮ່າ​ກີມງອກ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld)-​​ ເນື່ອງ​ໃນ​ໂອ​ກາດ​ວັນ​​ພາ​ສາ​ຝ​ລັ່ງ​ສາ​ກົນ ຄື​ວັນ​ທີ 19/3, ຕອນ​ຄ່ຳ​ວັນ​ທີ 20/3 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ສົ​ມ​ທົບ​ກັບອົງ​ການ​ພາ​ສາ​ຝ​ລັ່ງ ສາ​ກົນ​(OIF) ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລ​ີມ​ສະ​ຫລອງວັນ​ພາ​ສາ​ຝ​ລັ່ງ​ສາ​ກົນ​ ຂຶ້ນຢ່າງ​ສົມ​ກຽດ. ​ກ່າວ​ຄ​ຳ​ເຫັນ​ທີ່​ພິ​ທີ, ທ່ານ ຮ່າ​ກີມງອກ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຕີ​ລາ​ຄາ​ສູງ ​ໃນ​ຕະ​ຫລອດ 45 ຜ່ານ​ມາ, ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝ​ລັ່ງ ໄດ້​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ເພື່ອ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ. ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝ​ລັ່ງ, ແມ່ນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ, ແມ່ນ​ປະ​ຊາ​ຄົມ​ສາ​ກົນ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ໃຫ້ ຫວຽດ​ນາມ ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫລາຍ​ຮູບ​ຫລາຍ​ແບບ, ຫລາຍ​ຝ່າຍ ແລະ ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສ​າ​ກົນ.

ກ່ອນ​ຫນ້ານັ້ນ, ໃນ​ວັນ​ດຽວ​ກັນ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກູ​ບາ ພ້ອມ​ດ້ວຍ 14 ອົງ​ການ​ທູ​ຕາ​ນຸ​ທູ​ດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ປ​ະ​ຊາ​ຄົມ​ໃຊ້​ພາ​ສາ ຝ​ລັ່ງ ມີ​ສຳ​ນັກ​ງານ​ຢູ່​ປະ​ເທດນີ້ ໄດ້​ຈັດ​ຕັ້ງ​ສັບ​ປະ​ດາ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ຢູ່ ນະ​ຄອນ​ຫລວງ ລາ​ຮາ​ວານ ແລະ ນະ​ຄອນ  Santiago. ຄະ​ນະ​ຈັດ​ຕັ້ງ​ສັບ​ປະ​ດາ​ດັ່ງ​ກ່າວ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ສາຍ​ຮູບ​ເງົາ, ການ​ສຳ​ມະ​ນາ, ງານ​ວາງ​ສະ​ແດງ​ຮູບ​ພາບ, ແນະ​ນຳ​ຮີດ​ຄອງ​ປະ​ເພນ​ຂອງ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝ​ລັ່ງ. ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກູ​ບາ ໄດ້​ແນະ​ນຳ​ໃຫ້​ເພື່ອນ​ມິດ​ສາ​ກົນ ບັນ​ດາ​ຊຸດ​ເສື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແມ່​ຍິງ ຫວຽດ​ນາມ ກໍ​ຄື​ບັນ​ດາເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​ຫວຽດ​ນາ​ມ.

ຂ່າວ/ບົດ​ອື່ນ