ຫວຽດນາມເຂົ້າຮ່ວມລາຍການຄວາມປອດໄພສາທາລະນະສຸກທົ່ວໂລກ
ບັນດາຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ
ພາບ:nhandan.com.vn
|
(vovworld)- ວັນທີ 13/2, ຢູ່ ວິຊິງຕັນ ດີຊີ ໄຂກອງປະຊຸມລາຍການຄວາມປອດໄພສາທາລະນະສຸກທົ່ວໂລກ ໂດຍ ອາເມລິກາ ເປັນຜູ້ລິເລີ່ມ ເພື່ອສ້າງໂລກປອດໄພກວ່າຕໍ່ຫນ້າຄວາມສ່ຽງຂອງໂລກລະບາດ ແລະ ພະຍາດຕິດແປດກໍ່ຂຶ້ນ. ເຂົ້າຮ່ວມກອງປະຊຸມ ມີຜູ້ຕາງຫນ້າອົງການຈັດຕັ້ງສາກົນຈຳນວນຫນຶ່ງ ແລະ 27 ປະເທດ, ໃນນັ້ນ ມີຫວຽດນາມ ແລະ Uganda ຊື່ງແມ່ນສອງປະເທດໄດ້ຮັບການຄັດເລືອກຜັນຂະຫຍາຍບັນດາໂຄງການທົດລອງໃນຂອບເຂດລາຍການ. ຕາມນັ້ນແລ້ວ, ໃນສອງປີ 2013-2014, ສູນກວດກາ ແລະ ປ້ອງກັນໂລກລະບາດ ອາເມລິກາ ຫນູນຊ່ວຍກະຊວງສາທາລະນະສຸກຫວຽດນາມ ຍົກສູງກຳລັງຄວາມສາມາດວິໄຈບັນດາພະຍາດໂລກລະບາດທີ່ອັນຕະລາຍຢູ່ ສະຖາບັນອະນາໄມແລະກັນໂລກລະບາດສູນກາງ ແລະ ສະຖາບັນ Pasteur ນະຄອນ ໂຮ່ຈິມີນ.