ຫວຽດນາມເຂົ້າຮ່ວມວັນມະຫາຄອບຄົວອາຊຽນ2016ຢູ່ແມັກຊິກໂກ

ຫວຽດນາມເຂົ້າຮ່ວມວັນມະຫາຄອບຄົວອາຊຽນ2016ຢູ່ແມັກຊິກໂກ - ảnh 1
ບັນດາຜູ້ແທນເຂົ້າຮ່ວມລາຍການ
(ພາບ: Việt Hòa/Vietnam+)

(vovworld)- ​​​​​ວັນ​ທີ 6/3 ບັນ​ດາ​ປະ​ເທດ​ສະ​ມາ​ຊິກສະ​ມາ​ຄົມ​ປະ​ຊາ​ຊາດ​​ແຫ່ງອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ( ອາ​ຊຽນ ) ​ມີ​ອົງ​ການ​​ຜູ້ຕາງ​ໜ້າ​ປະ​ຈຳ​ແມັກ​ຊິກ​ໂກ​ຈັດ​ຕັ້ງ “ ວັນ​ມະ​ຫາ​ຄອບ​ຄົວ​ອາ​ຊຽນ 2016 ”. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​​ໄຂວັນ​ດັ່ງ​ກ່າວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ ສຸ​ລະ​ສັກ ​ເຈ​ືອ​ສຸ​ກົນ​ທິບ ປະ​ທານ​ຜັດ​ປ່ຽນ​ຄະ​ນະ​ກຳ​ມະ​ການ​ອາ​ຊຽ​ນ ປະ​ຈຳ​ແມັກ​ຊິກ​ໂກ ( ACMC ), ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ ແລະ ຄວາມ​ໝາຍ​ຂອງ​ການ​ເຄື່ອນ​ໄຫວ​ມິດ​ຕະ​ພາບ​ປີ 2016, ພິ​ເສດແມ່ນ​ພາຍຫຼັງ​ທີ່​ອາ​ຊຽນ​ໄດ້​ກາຍ​ເປັນ​ປະ​ຊາ​ຄົມ​ຂອງ​ພາກ​ພື້ນ​ຢ່າງ​ເປັນ​ທາງ​ການ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດໄທ ສຸ​ລະ​ສັກ ​ເຈ​ືອ​ສຸ​ກົນ​ທິບ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ​​​ທຸ​ຕາ​ນຸ​ທູດອາ​ຊຽນ ປະ​ຈຳ​ແມັກ​ຊິກ​ໂກ ສືບ​ຕໍ່​ຮັດ​ແໜ້ນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມະ​ຄີ​ພາກ​ພື້ນ ແລະ ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ອາ​ຊຽນ​ໃນ​ທຸກ​ຂົງ​ເຂດ. “ ວັນ​ມະ​ຫາ​ຄອບ​ຄົວ​ອາ​ຊຽນ 2016 ”, ແມ່ນ​ການ​ເຄື່ອນ​ໄຫວ​ລວມ​ຄັ້ງ​ທີ 2 ໂດຍ 5 ສະ​ຖານ​ທູດ​ອາ​ຊຽນ​ປະ​ຈຳ​ແມັກ​ຊິກ​ໂກ​ດຳ​ເນີນ​ໃນ​ປີນີ້, ພາຍຫຼັງ​ການ​ໄປ​ຢ້ຽມ​ຢາມ ແລະ ໂຄ​ສະ​ນາ​ກ່ຽວ​ກັບ​ປະ​ເທດ​ຊາດ, ​ປະ​ຊາ​ຊົນ ແລະ ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ ຢູ່​ລັດ Jalisco ແລະ Colima, ທາງ​ພາກ​​ຕາ​ເວັນ​ຕົກແມັກ​ຊິກ​ໂກ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແ​ລະ ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ຍົກ​ສູງ​ອິດ​ທິ​ພົນ​ຊື່​ສຽງ ແລະ ທີ່​ຕັ້ງ​ບົດ​ບາດ​ຂອງ​ອາ​ຊຽ​ນ​ຢູ່​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ 2 ຂອງ​ພາກ​ພື້​ນ​ອາ​ເມ​ລິ​ກາ​ລາ​ຕິນ.

 


ຂ່າວ/ບົດ​ອື່ນ