ຫວຽດນາມເຂົ້າຮ່ວມຮອບເຈລະຈາ ສັນຍາຄູ່ຮ່ວມມືເຂດປາຊີຟີກ

ຫວຽດນາມເຂົ້າຮ່ວມຮອບເຈລະຈາ  ສັນຍາຄູ່ຮ່ວມມືເຂດປາຊີຟີກ - ảnh 1
ພາບປະກອບ:internet

(vovworld)-  ຮອບ​ເຈລະຈາ​ຄັ້ງ​ທີ 16 ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ (TPP) ​ຖືກ​ໄຂ​ຂຶ້ນ​ຢູ່ ສິງກະ​ໂປ ​ໃນ​ວັນ​ທີ 4/3 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ 600 ທ່ານ​ມາ​ຈາກ 11 ປະ​ເທດ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ​ເຈີ​ນກວກ​ແຄງ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ, ຫົວຫນ້າ​ຄະນ​ະ​ເຈລະຈາ​ຂອງ​ລັດຖະບານ​ກ່ຽວ​ກັບ​ເສດຖະກິດ ​ແລະ ການ​ຄ້າ​ສາກົນ ນຳ​ຫນ້າ. ​ໃນ​ໄລຍະ​ດຳ​ເນີນ​ການ​ເຈລະຈາ​ຊຶ່ງ​ແກ່ຍາວ​ຮອດ​ວັນ​ທີ 13/3, ບັນດາ​ຝ່າຍ​ຈະ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ບັນດາ​ຝ່າຍ​ກ່ຽວຂ້ອງ, ກອງ​ປະຊຸມ​ສຳ​ມະ​ນາ ​ແລະ ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ຄັ້ງຕ່າງໆ. ປະຈຸ​ບັນ ມີ 11 ປະ​ເທດ ​ເຂົ້າ​ຮ່ວມ​ວິວັດ​ການ​ເຈລະຈາ TPP ຊື່​ງລວມມີ​: ອົດ​ສະ​ຕາ​ລີ, ຈີ​ເລ, ບຣູ​ໄນ, ກາ​ນາ​ດາ, ມາ​ເລ​ເຊຍ, ​ເມ​ຊີ​ໂກ, ນິວ​ເຊີ​ແລນ, ​ເປຣູ, ສິງກະ​ໂປ, ອາ​ເມ​ລິ​ກາ ​ແລະ ຫວຽດນາມ. ຕາມ​ແຜນການ TPP ຈະ​ເປີດ​ກວ້າງ​ຕາມ​ແຕ່ລະ​​ໄລຍະ​ເພື່ອ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ຢ່າງ​ກວ້າງຂວາງ​ກວ່າ ​ແລະ ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ ອາຊີ ປາຊີ​ຟີ​ກ. ຄາດ​ວ່າ ​ໃນ​ການ​ເຈລະຈາ 3 ຮອບ ຈະ​ດ​ຳ​ເນີນ​ແຕ່​ນີ້​ຮອດ​ໄລຍະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ APEC ຢູ່​ອິນ​​ໂດ​ເນ​ເຊຍ​ໃນ​ເດືອນ 10 ຈະ​ມາ​ເຖິງ.

 

 

 

 

 

ຂ່າວ/ບົດ​ອື່ນ