ຫວຽດນາມເຂົ້າຮ່ວມເວທີປາໄສເຈົ້າຄອງນະຄອນບັນດານະຄອນໃນໂລກ

(VOVWORLD) -ໃນລະຫວ່າງວັນທີ 17 – 20 ພຶດສະພາ, ຢູ່ນະຄອນ ຊູເຈົາ, ແຂວງ ເຈງຊູ, ປະເທດຈີນ ໄດ້ດຳເນີນເວທີປາໄສເຈົ້າຄອງບັນດານະຄອນໃນໂລກ, ໂດຍກະຊວງພັດທະນາແຫ່ງຊາດສິງກະໂປ ເປັນປະທານຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງເຈົ້າຄອງນະຄອນ 60 ທ່ານທີ່ມາຈາກບັນດານະຄອນໃນໂລກ, ພ້ອມກັບການນຳບັນດາອົງການຈັດຕັ້ງ, ກຸ່ມບໍລິສັດ ແລະ ວິສາຫະກິດດີເດັ່ນໃນທົ່ວໂລກ.

ຫວຽດນາມເຂົ້າຮ່ວມເວທີປາໄສເຈົ້າຄອງນະຄອນບັນດານະຄອນໃນໂລກ - ảnh 1 ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ

(ພາບ: Thế giới & Việt Nam)

ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມມີທ່ານປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນ-ເຫ້ວ ຫງວຽນວັນກາວ, ບັນດາຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນເທ໋ຮຸ່ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ ເລແທງເຊີນ, ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໂຮ່ກີມິງ ແລະ ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ຫງວຽນຮ່ວາງລອງ.

        ດ້ວຍຫົວຂໍ້ “ນະຄອນເປັນໜ້າດຳລົງຊີວິດ ແລະ ຍືນຍົງ: ຜ່ານການປ່ຽນໃໝ່ ແລະ ຮ່ວມມືມຸ່ງໄປເຖິງອະນາຄົດ”, ເວທີປາໄວໄດ້ສຸມໃສ່ລົງເລິກປຶກສາຫາລືບັນດາຫົວເລື່ອງສະເພາະ: ການວາງແຜນຜັງ ແລະ ຄຸ້ມຄອງ, ມໍລະດົກ ແລະ ວັດທະນະທຳ, ສິ່ງແວດລ້ອມແບບຍືນຍົງ, ຄວາມດຸ່ນດ່ຽງລະຫວ່າງປັດໃຈເປັນໜ້າດຳລົງຊີວິດ ແລະ ການເຕີບໂຕເພື່ອແນໃສ່ສ້າງບັນດາກາລະໂອກາດໃຫ້ປະຊາຊົນ ກໍຄືພາກສ່ວນເອກະຊົນທີ່ມີບັນດາມາດຕະການແກ້ໄຂຕົວເມືອງຢ່າງມີຫົວຄິດປະດິດສ້າງ ແລະ ປະສານສົມທົບໃຫ້ການດຳລົງຊີວິດທີ່ດີກວ່າ ແລະ ຍືນຍົງກວ່າໃນອະນາຄົດ.

        ຢູ່ນອກເວທີປາໄສ, ບັນດາການນຳທ້ອງຖິ່ນຂອງຫວຽດນາມ ໄດ້ດຳເນີນການພົບປະກັບການນຳທ້ອງຖິ່ນ, ຄູ່ຮ່ວມມືຕ່າງປະເທດເພື່ອຊຸກຍູ້ການຮ່ວມມືຂັ້ນທ້ອງຖິ່ນລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ