(vovworld) - ຫວຽດນາມເຄົາລົບນັບຖືແລະປະຕິບັດບັນດາຄຳໝັ້ນສັນຍາໃນຂົງເຂດສິດທິມະນຸດຢ່າງເຂັ້ມງວດ - ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລືອງແທງງີ້ ໄດ້ຢັ້ງຢືນຄືແນວນັ້ນທີ່ການປະຊຸມຂ່າວນັດສາມັນທີ່ດຳເນີນໃນວັນທີ 7/11, ຢູ່ ຮ່າໂນ້ຍ. ເມື່ອຕອບຄຳຖາມກ່ຽວກັບເລື່ອງ ຫວຽດນາມ ຫາກໍ່ໃຫ້ສັດຕະຍາບັນສົນທິສັນຍາຂອງ ສປຊ ກ່ຽວກັບການຕ້ານການທໍລິມານ, ທ່ານ ເລືອງແທງງີ້ ຊີ້ແຈ້ງວ່າ:
“ຍາມໃດຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ 3 ຂົງເຂດຂຶ້ນກັບຄວາມສົນໃຈລວມຂອງ ສປຊ ນັ້ນແມ່ນສັນຕິພາບຄວາມສະຫງົບປອດໄພ, ການພັດທະນາ ແລະ ຮັບປະກັນສິດທິມະນຸດ. ວັນທີ 5/11/2013, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ເຊັນຂໍ້ຕົກລົງມອບສິດໃຫ້ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເຊັນສົນທິສັນຍາຂອງ ສປຊກ່ຽວກັບການຕ້ານການທໍລະມານ ແລະ ບັນດາຮູບການປະພຶດ ຫຼື ລົງໂທດຢ່າງໂຫດຮ້າຍສາມານ. ເລື່ອງເຂົ້າຮ່ວມສົນທິສັນຍານີ້ສະແດງໃຫ້ເຫັນວ່າ ຫວຽດນາມ ເຄົາລົບນັບຖື ແລະ ປະຕິບັດບັນດາຄຳໝັ້ນສັນຍາໃນຂົງເຂດສິດທິມະນຸດໃນຂອບເຂດກົນໄກກວດກາເປັນປະຈຳ (UPR) ກໍ່ຄືຄຳໝັ້ນສັນຍາຂອງ ຫວຽດນາມ ເມື່ອອອກສະໝັກຮັບເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ.”
ກ່ຽວຂ້ອງເຖິງແຫຼ່ງຂ່າວອົງການອະໄພຍະໂທດສາກົນຖືວ່າ: ຫວຽດນາມ ໄດ້ລະເມີດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດຂອງຕົນ, ໄປຝືນກັບບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອກາຍເປັນສະມາຊິກຂອງສະພາສິດທິມະນຸດ ສປຊ, ທ່ານ ເລືອງແທງງີ້ ຢືນຢັນວ່າ:
“ໃນຊຸມປີຜ່ານມາ, ຫວຽດນາມ ບັນລຸໄດ້ບັນດາຜົນງານໃນການຮັບປະກັນສິດທິມະນຸດໃນທຸກຂົງເຂດ ແລະ ໄດ້ຮັບການຮັບຮູ້ຈາກປະຊາຄົມໂລກ. ສິດທິມະນຸດໄດ້ຮັບການເສີມຂະຫຍາຍ ແລະ ມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນໃນທຸກດ້ານຂອງຊີວິດເສດຖະກິດ, ສັງຄົມຂອງປະເທດຊາດ ແມ່ນປັດໄຈສຳຄັນຮັບປະກັນປະຕິບັດການປ່ຽນໃໝ່ຂອງຫວຽດນາມ. ບົນພື້ນຖານນັ້ນ, ຫວຽດນາມ ຫວັງວ່າ ຈະເຂົ້າຮ່ວມສະພາສິດທິມະນຸດ ສປຊ ອາຍຸການ 2014 – 2016 ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມໂລກໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນໂລກ.”