(vovworld) – ວັນທີ 15/6, ຢູ່ Praha, ສະຖານທູດຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ສ.ເຊັກໂກ ຈັດຕັ້ງກອງປະຊຸມສຳມະນາ “ວັນຫວຽດນາມ”. ກອງປະຊຸມສຳມະນາໄດ້ຮັບການຈັດຕັ້ງ ເພື່ອແນໃສ່ຊ່ວຍບັນດານັກລົງທຶນ, ບັນດາວິສາຫະກິດສົ່ງອອກຂອງ ເຊັກໂກ ຊອກຮູ້ຂໍ້ມູນຂ່າວສານ, ອັບເດັດການພັດທະນາຂອງ ຫວຽດນາມ; ສ້າງຄວາມສະດວກໃຫ້ການເຊື່ອມຕໍ່ການຮ່ວມມື, ຊອກຫາຄູ່ຮ່ວມມື, ກາລະໂອກາດລົງທຶນຢູ່ ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ Jaromir Dudak, ກົມອາຊີ-ອາບຟະຣິກາ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເຊັກໂກ, ເນັ້ນໜັກວ່າ: ລັດຖະບານ ເຊັກໂກ ສະໜັບສະໜູນບັນດາວິສາຫະກິດ, ນັກລົງທຶນ ເພີ່ມທະວີການເຄື່ອນໄຫວຊອກຫາຕະຫຼາດ ແລະ ເປີດກ້ວາງການເຄື່ອນໄຫວລົງທຶນຢູ່ຕ່າງປະເທດ, ພ້ອມກັນນັ້ນ, ຍາມໃດກໍຖືເປັນສຳຄັນການພົວພັນດ້ານເສດຖະກິດ-ການຄ້າກັບ ຫວຽດນາມ ແລະ ກຳນົດວ່າ ຫວຽດນາມ ແມ່ນໜຶ່ງໃນ 12 ຄູ່ຮ່ວມມືດ້ານການຄ້າບຸລິມະສິດຂອງ ເຊັກໂກ, ກໍຄືສະໜັບສະໜູນເລື່ອງລົງນາມໃນສັນຍາການຄ້າເສລີ ຫວຽດນາມ-ພັນທະມິດເອີລົບ. ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳເຊັກໂກ ຫງວຽນທັງລອງ ໃຫ້ຮູ້ວ່າ: ນັບແຕ່ນີ້ຮອດທ້າຍປີ 2015, ສະຖານທູດຫວຽດນາມ ຈະສືບຕໍ່ສົມທົບກັບບັນດາຄູ່ຮ່ວມມື ເຊັກໂກ ເພື່ອຈັດຕັ້ງກອງປະຊຸມສຳມະນາຕ່າງໆດ້ວຍເນື້ອໃນແທດຈິງ ເພື່ອຮັບໃຊ້ຄວາມຕ້ອງການຂອງບັນດາວິສາຫະກິດ, ນັກລົງທຶນ ເຊັກໂກ ທີ່ມີຄວາມປາດຖະໜາຢາກຊອກຮູ້ກາລະໂອກາດດຳເນີນທຸລະກິດຢູ່ ຫວຽດນາມ.