ຫວຽດນາມເປັນເຈົ້າພາບຈັດກອງປະຊຸມໃຫຍ່ທະເລອາຊີຕາເວັນອອກຄັ້ງທີ 5
ທ່ານລັດຖະມົນຕີຊ່ວຍວ່າການກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຈູຝ້າມງອກຫຽນ |
(vovworld)- ກອງປະຊຸມໃຫຍ່ທະເລອາຊີຕາເວັນອອກຄັ້ງທີ 5 ຈະຖືກໄຂຂຶ້ນແຕ່ວັນທີ 16-21/11/2015 ຢູ່ນະຄອນດານັ້ງຂອງຫວຽດນາມ ໂດຍມີການເຂົ້າຮ່ວມຂອງຜູ້ແທນຫວຽດນາມ ແລະ ສາກົນປະມານ 700 ຄົນ. ນີ້ແມ່ນກອງປະຊຸມທີ່ສຳຄັນອັນດັບໜຶ່ງກ່ຽວກັບການພັດທະນາແບບຍືນຍົງ ແລະ ການຄຸ້ມຄອງບັນດາເຂດຊາຍຝັ່ງ, ມະຫາສະມຸດຢູ່ບັນດາທະເລອາຊີຕາເວັນອອກ. ທີ່ການປະຊຸມຂ່າວເມື່ອຕອນບ່າຍວັນທີ 11/11 ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຈູຝ້າມງອກຫຽນໃຫ້ຮູ້ວ່າ : ກອງປະຊຸມໃຫຍ່ທະເລອາຊີຕາເວັນອອກຄັ້ງທີ 5 ມີຫົວຂໍ້ວ່າ : “ ເປົ້າໝາຍທົ່ວໂລກ, ຜົນປະໂຫຍດທ້ອງຖິ່ນ- ສ້າງຕັ້ງໂຄງການດຳເນີນງານໃຫ້ແກ່ການພັດທະນາແບບຍືນຍົງຢູ່ບັນດາທະເລອາຊີຕາເວັນອອກ ປີ 2015”. ໃນຂອບເຂດກອງປະຊຸມໃຫຍ່ທະເລອາຊີຕາເວັນອອກຄັ້ງທີ 5 ລວມມີບັນດາກອງປະຊຸມ, ກອງປະຊຸມສຳມະນາສາກົນ, ງານວາງສະແດງ, ການລົງສຳຫຼວດຕົວຈິງ….