ຫວຽດນາມເປັນເຈົ້າພາບຈັດຕັ້ງການເສັງກາຍຍະສິນ3ປະເທດຫວຽດນາມ-ລາວ-ກຳປູເຈຍ
ການປະຊຸມຂ່າວໃນຕອນເຊົ້າວັນທີ 01/12
(ພາບ: vietnamtourism)
(vovworld) - ການເສັງກາຍຍະສິນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2015 ຈະດຳເນີນໃນລະຫວ່າງວັນທີ 08 – 12/12 ຢູ່ໂຮງຮຽນຊັ້ນກາງສິລະປະກາຍຍະສິນ ແລະ ເວທີສະແດງຫວຽດນາມ, ທີ່ນະຄອນຫຼວງຮ່າໂນ້ຍ. ການເສັງໂດຍກົມສິລະປະສະແດງ ເປັນເຈົ້າພາບເປັນປະທານ, ສົມທົບກັບສະມາຄົມນັກສິລະປິນເວທີການສະແດງຫວຽດນາມ, ໂຮງຮຽນຊັ້ນກາງສິລະປະກາຍຍະສິນ ແລະ ເວທີສະແດງຫວຽດນາມ ແລະ ບັນດາຫົວໜ່ວຍກ່ຽວຂ້ອງຈັດຕັ້ງ. ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 01/12, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ, ມີ 6 ຫົວໜ່ວຍສິລະປະກາຍຍະສິລວມມືນັກສະແດງກວ່າ 200 ຄົນທີ່ມາຈາກ 3 ປະເທດເຂົ້າຮ່ວມການເສັງ. ຄະນະຈັດຕັ້ງຈະມອບຫຼຽນຄຳ, ຫຼຽນເງິນ ໃຫ້ບັນດານັກສະແດງ ແລະ ກຸ່ມນັກສະແດງທີ່ມີຄວາມສາມາດພິເສດໃນການສະແດງ.