ຫວຽດນາມເພີ່ມທະວີການຮັບມືກັບໂລກໄຂ້ຫວັດ A/H7N9

ຫວຽດນາມເພີ່ມທະວີການຮັບມືກັບໂລກໄຂ້ຫວັດ A/H7N9 - ảnh 1
ທ່ານ​ນາງ ຫງວຽນ​ທິກິມຕຽນ, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໄດ້​ເຮັດ​ວຽກ​ກັບ​ທ່າ​ອາກາດ​ສະຍານສາກົນ ​ເຕີນ​ເຊີນ​ເຍີ​ດ
ພາບ: tienphong.vn


(vovworld) -  ຕໍ່ຫນ້າ​ສະພາບ​ການ​ມີຫລາຍ​ກໍລະນີ​ຖືກ​ຕິດ​​ແລະເສຍ​ຊີວິດຍ້ອນໂລກ​ໄຂ້ຫວັດ​ A/H7N9 ​​ຢູ່ ຈີນ ​ແລະ ມີ​ໄພອາດ​ຈະ​​​ແຊກຊືມເຂົ້າ​ຫວຽດນາມ, ວັນ​ທີ 9/4,​ທ່ານ​ນາງ ຫງວຽນ​ທິກິມຕຽນ, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໄດ້​ເຮັດ​ວຽກ​ກັບ​ທ່າ​ອາກາດ​ສະຍານສາກົນ ​ເຕີນ​ເຊີນ​ເຍີ​ດ ​ແລະ ​ໂຮງໝໍ​ປິ່ນປົວພະ​ຍາດ​ເຂດ​ຮ້ອນ ນະຄອນ​ໂຮ່ຈິ​ມີນ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກລະບາດ. ທີ່​ການ​​ເຮັດ​ວຽກ, ທ່ານ​ນາງ​ລັດຖະມົນຕີ ຫງວຽນ​ທິກິມຕຽນ ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ເສັ້ນ​ຊາຍ​ແດນ​ທາງບົກ ​ແລະ ລະບົບ​ທ່າ​ກຳ​ປັ່ນ, ທ່າອາກາດສະຍານ​ຕິດ​ກັບ​ຈີນ, ສະ​ນັ້ນໄພຕິດແປດໂລກ​ໄຂ້ຫວັດ A/H7N9 ​​ ​ສຳລັບຫວຽດນາມ​ແມ່ນສູງສຸດ. ​ເຖິງ​ວ່າ​ມາ​ຮອດ​ປະຈຸ​ບັນ ຢູ່​ຫວຽດນາມ ບໍ່​ທັນ​ພົບ​ເຫັນ​ກໍລະນີ​ໃດ​ຖືກ​ຕິດ ໂລກ​ໄຂ້ຫວັດ A/H7N9 ກໍ​ຕາມ ​ແຕ່​ບັນດາ​ໂຮງໝໍ, ສູນ​ການ​ແພດ​ປ້ອງ​ກັນ ຫວຽດນາມ ຄວນ​ຕັ້ງຫນ້າ​ເປ​ັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກລະບາດ, ປະຊາຊົນທຸກ​ຄົນ​ຕ້ອງ​ມີ​ສະຕິ​ລະວັງ​ຕົວຢ່າງ​ສູງ​ສຸດ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຫລັກ​ອະນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານເພ່ືອຫລີກລ້ຽງໂລກລະບາດນີ້.

 

ຂ່າວ/ບົດ​ອື່ນ