ຫວຽດນາມເພີ່ມທະວີການໂຄສະນາທ່ອງທ່ຽວຢູ່ຈີເລ

ຫວຽດນາມເພີ່ມທະວີການໂຄສະນາທ່ອງທ່ຽວຢູ່ຈີເລ - ảnh 1
ຜູ້​ຕາງ​ຫນ​້າ​ສະ​ຖານ​ທູດ​ຫວຽດ​ນາມ​ເຂົ້າ​ຮ່ວມ​ງານ​ຕະ​ຫລາ​ດ​ນັດ
ພາບ:vietnam+

(vovworld)- ວັນ​ທີ 22/6, ສະ​ຖ​ານ​ທູດ ຫວຽດ​ນາມ ປະ​ຈຳ ຈ​ີ​ເລ ໄດ້​ເຂົ້າ​ຮ່ວ​ມ​ງານ​ຕະ​ຫລາດ​ນັດ​ຂໍ້​ມູນ​ຂ່າວການ​ທ່ອງ​ທ່ຽວ ອາ​ຊຽນ ຢູ່ ນະ​ຄອນ​ຫລວງ Santiago ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບໍ​ລິ​ສັດ ແລະ ວິ​ສາ​ຫະ​ກິດ​ນັບ​ຮ້ອຍ​ແຫ່ງ ທີ່​ເຄື່ອນ​ໄຫວ​ໃນ​ຂົ​ງ​ເຂດ​ທ່ອງ​ທ່ຽວ​ຂອງ ຈີ​ເລ ກໍ​ຄື​​ປະ​ເທດຕ່າງໆ. ທີ່​ການ​ພົບ​ປະ​ສົນ​ທະ​ນາ​ໃນ​ຂອບ​ເຂດ​ງານ​ຕະ​ຫລາດ​ນັດ, ທ່ານ ໂງ​ດືກ​ທັງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ຈີ​ເລ ໄດ້​ແນະ​ນຳ​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ ແລະ ທັດ​ສະ​ນີ​ຍະ​ພາບ​ທີ່​ລື​ຊື່​ຂອງ​ຫວຽດ​ນາມຫລາຍ​ແຫ່ງ ແລະ ບັນ​ດາມ​ໍ​ລະ​ດົກ​ຊື່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO. ໃນ​ໂອ​ກາດນີ້, ແຂກ​ຖືກ​ເຊີນ ແລະ ​ຕາງ​ຫນ້າບໍ​ລິ​ຫານ​ລາຍ​ການ​ທ່ອງ​ທ່ຽວກວ່າ 40 ຄົນ​ ໄດ້​ມີ​ໂອ​ກາດ​ສ​ຳ​ພັດ​ກັບ​ຂໍ້​ມູ​ນ​ຂ່າວ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ຫວຽດ​ນາມ ຜ່ານ​ຮູບ​ເງົາ​ສັ້ນ​ທີ່​ມີ​ຫົວ​ຂໍ້​ວ່າ: “Welcome to Viet Nam” ພ້ອມ​ກັບ​ປື້ມ, ຫນັງ​ສື​ພິມ, ໃບ​ໂຄ​ສະ​ນາ ແລະ ​ປ້າຍ​ໂຄ​ສະ​ນາຕ່າງໆ.

ງານ​ຕະ​ຫລາດ​ນັດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ ອາ​ຊຽນ ນອນ​ໃນ​​ບັນ​ດາເຫດ​ການ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໂດຍ​ຄະ​ນະ​ກຳ​ມະ​ການ ອາ​ຊຽນ ຢູ່ Santiago ສົມ​ທົບ​ກັບ​ສະ​ຖານ​ທູດບ​ັນ​ດາ​ປະ​ເທດ ອາ​ຊຽນ ຈັດ​ຕັ້ງ ເພື່ອ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ ຈີ​ເລ ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ໃນ​ນັ້ນ ມີ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ