ຫວຽດນາມເພີ່ມທະວີຄວາມຮັບຮູ້ຂອງປະຊາຊົນກ່ຽວກັບສິດທິມະນຸດ

(VOVWORLD) -ຕອນເຊົ້າວັນທີ 29 ມິຖຸນາ ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກ່ຽວກັບສະພາບການປະຕິບັດບັນດາຄຳສະເຫນີແນະຕາມກົນໄກທົວທວນປະຈຳໄລຍະດ້ານສິດທິມະນຸດ (UPR) ໄລຍະ 2 ໄດ້ຮັບການຮັບຮູ້ຈາກຫວຽດນາມ. 
ຫວຽດນາມເພີ່ມທະວີຄວາມຮັບຮູ້ຂອງປະຊາຊົນກ່ຽວກັບສິດທິມະນຸດ - ảnh 1  ທ່ານ ຟ້າມແຊງເຈົາ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດຫວຽດນາມ

ພາຍຫລັງຄົ້ນຄ້ວາບັນດາຄຳສະເຫນີແນະໄດ້ຮັບການຮັບຮູ້, ຫວຽດນາມ ໄດ້ຈັດແບ່ງວຽກງານໃຫ້ບັນດາກະຊວງ, ຂະແຫນງການຜັນຂະຫຍາຍປະຕິບັດ ແລະ ມາຮອດປະຈຸບັນ ບັນລຸໄດ້ບັນດາໝາກຜົນຕັ້ງຫນ້າ. ທ່ານ ຟ້າມແຊງເຈົາ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

        “ບັນດາຄຳສະເຫນີແນະຕາມກົນໄກUPR ຊື່ງຫວຽດນາມ ຮັບຮູ້ ໄດ້ ແລະ ພວມໄດ້ຮັບການປະຕິບັດຢ່າງຕັ້ງຫນ້າ ແລະ ເຂັ້ມງວດ, ບັນລຸໄດ້ໝາກຜົນຫລາຍຢ່າງ, ໃນນັ້ນເປັນຫນ້າສົນໃຈມີເລື່ອງໃຫ້ສັດຕະຍາບັນສົນທິສັນຍາກ່ຽວກັບສິດຂອງຄົນພິການ ແລະ ສົນທິສັນຍາຕ້ານການທໍລະມານ,ຮັບຮອງເອົາເອກະສານດ້ານກົດໝາຍສຳຄັນຫລາຍສະບັບທີ່ກ່ຽວຂ້ອງເຖິງສິດທິມະນຸດ, ສິດພົນລະເມືອງ ເພື່ອແນໃສ່ຫັນບັນດາຂໍ້ກຳນົດໃນລັດຖະທຳມະນູນປີ 2013 ເປັນລະອຽດ, ສອດຄ່ອງກັບບັນດາສົນທິສາກົນ ຊື່ງຫວຽດນາມ ເປັນສະມາຊິກ, ເພີ່ມທະວີການຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບສິດທິມະນຸດໃນທຸກຂົງເຂດ ກໍ່ຄືກ່ຽວກັບຄວາມສະເຫມີພາບລະຫວ່າງ ຍິງຊາຍ.”

ຕອບກັບ

ຂ່າວ/ບົດ​ອື່ນ