ຫວຽດນາມເຫັນດີຈະອອກວີຊາດ້ວຍການກຳນົດເວລາປີໜຶ່ງໃຫ້ແກ່ພົນລະເມືອງອາເມລິກາ

ຫວຽດນາມເຫັນດີຈະອອກວີຊາດ້ວຍການກຳນົດເວລາປີໜຶ່ງໃຫ້ແກ່ພົນລະເມືອງອາເມລິກາ - ảnh 1
ວາລະປະຊຸມໃນຕອນເຊົ້າວັນທີ 4/4

(vovworld) –  ​​ຫວຽດນາມ ​ເຫັນ​ດີ​ຈະ​ອອກ​ວີ​ຊາດ້ວຍ​ການກ​ຳນົດ​ເວລາ​ປີ​ໜຶ່ງ​ໃຫ້​ແກ່ພົນລະ​ເມືອງ​ ອາ​ເມ​ລິ​ກາ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ຈະ​ອອກ​ວີ​ຊາ​ເປັນ​ເວລາ 1 ປີ, ​ເປັນ​ຫຼາຍ​ເທື່ອ​ແທນ​ທີ​ເປັນ​ເວລາ 3 ​ເດືອນ​ຄື​ໄລຍະ​ປະຈຸ​ບັນ​ໃຫ້​ແກ່​ພົນລະ​ເມືອງ ອາ​ເມ​ລິ​ກາ, ສ້າງ​ເງື່ອນ​ໄຂ​ຊຸກຍູ້ການທ່ອງທ່ຽວ ກໍ່​ຄື​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ. ຕາມ​ວາລະ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 4/4, ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​​ໃບ​ສະ​ເໜີ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ແລະ ບົດ​ລາຍ​ງານ​ຂອງ​ລັດຖະບານ ​ໂດຍ​ທ່ານ​ ຟ້າ​ມບີ່​ງມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ກາ​ນຕ່າງປະ​ເທດ ສະ​ເໜີ​ກ່ຽວ​ກັບ​ການ​​ໃຫ້​ສັດຕະຍາບັນ​ຈົດໝາຍ​ທາງ​ການ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ອອກ​ວີ​ຊາ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ທ່ານ ຟ້າ​ມບີ່​ງມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ກາ​ນຕ່າງປະ​ເທດ, ​ໃຫ້​ຮູ້​ວ່າ:

        “ຂໍ້​ຕົກລົງ​ກ່ຽວ​ກັບ​ວີ​ຊາ​ລະຫວ່າງ 2 ປະ​ເທດ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ພົນລະ​ເມືອງ ຫວຽດນາມ ​ເຂົ້າ, ອອກ​ເມືອງ​ຢູ່​ອ​າ​ເມ​ລິ​ກາ, ຫລຸດຜ່ອນ​ລາຍ​ຈ່າຍ ​ແລະ ​ເວລາ​ສຳລັບ​ປະຊາຊົນ​ກໍ​ຄື​ບັນດາ​ອົງການ​ຄຸ້ມ​ຄອງ​ການ​ເຂົ້າ, ອອກ​ເມືອງ​ເມື່ອ​ທຽບ​ໃສ່​ການ​ອອກ​ວີ​ຊາ​ເປັນ​ໄລຍະ​ສັ້ນ, ​ເໝາະ​ສົມ​ກັບ​ການ​ພົວພັນນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນ​ທຸກ​ຂົງ​ເຂດ. ຂໍ້​ຕົກລົງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ບົນ​ພື້ນຖານ​ເຄົາລົບ​ ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ 2 ປະ​ເທດ, ບໍ່​ແຊກ​ແຊງ​​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ, ​ເປັນ​ເອກະ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ບັນດາ​ຫຼັກການ​ພື້ນຖານ​ອື່ນໆ​ຂອງ​ກົດໝາຍ​ສາກົນ. ຂໍ້​ຕົກລົງ​ເໝາະສົມ​ກັບ​ແນວທາງ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ.”


ຂ່າວ/ບົດ​ອື່ນ